ຂ່າວສານ

ສະຖານທູດ ຫວຽດນາມ ປະຈຳ ອາຣັບບິ ຊາອຸດິກ່າວເຕືອນປະຊາຄົມຊາວ ຫວຽດນາມກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ

      ຕາມແຈ້ງການຂອງສະຖານທູດ ຫວຽດນາມ ປະຈຳ ອາຣັບບິ ຊາອຸດິ ໃນວັນທີ 2 ເມສາ ໃຫ້ຮູ້ວ່າ ປັດຈຸບັນຍັງບໍ່ທັນມີຊາວ ຫວຽດນາມ ຢູ່ ປະເທດປະຈຳຖິ່ນຕິດເຊື້ອພະຍາດ Covid -19 ເທື່ອ.

ທ່ານຫວູວຽກຢຸງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາຣັບບິ ຊາອຸດິ (ພາບ: TTXVN)
      ນັບແຕ່ເມື່ອ ອາຣັບບິ ຊາອຸດິ ປະກາດວ່າມີຜູ້ຕິດເຊື້ອພະຍາດ Covid – 19 ລາຍທຳອິດໃນວັນທີ 2 ເມສາ, ສະຖານທູດ ຫວຽດນາມ ປະຈຳ ອາຣັບບິຊາອຸດິ ໄດ້ຜັນຂະຫຍາຍຫຼາຍມາດຕະການໜູນຊ່ວຍ ແລະ ກ່າວເຕືອນປະຊາຄົມ, ຜູ້ອອກແຮງງານໃນການປ້ອງກັນ, ສະກັດກັ້ນໂລກລະບາດ, ຮັບປະກັນຄວາມປອດໄພ.
            ຜ່ານກົມຄຸ້ມຄອງແຮງງານຕ່າງປະເທດ - ຂຶ້ນກັບກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ. ສະຖານທູດ ໄດ້ສະເໜີໃຫ້ບັນດາບໍລິສັດທີ່ພວມນຳໃຊ້ແຮງງານຫວຽດນາມຢູ່ ອາຣັບບິຊາອຸດິ ກວດກາຄືນໃໝ່, ແຈ້ງການໃຫ້ແຮງງານຂອງບໍລິສັດຕົນຢ່າງທັນການ, ສົມທົບກັບບັນດາຄູ່ຮ່ວມມື ອາຣັບບິ ຊາອຸດິ ຮັບປະກັນສຸຂະພາບໃຫ້ແກ່ແຮງງານ ຫວຽດນາມ ຢູ່ປະເທດປະຈຳຖິ່ນ, ມີວິທີການຮັບມືເມື່ອມີແຮງງານມີອາການສົງໄສຕິດເຊື້ອ ຫຼື ຕິດເຊື້ອພະຍາດ Covid – 19 ຢ່າງທັນການ, ພ້ອມທັງ ອັບເດດສະພາບການໃຫ້ສະຖານທູດເປັນປະຈຳເພື່ອໄດ້ຮັບການໜູນຊ່ວຍເມື່ອຈຳເປັນ.
 (ແຫຼ່ງຄັດຈາກ VOV)

top