ຂ່າວສານ ສປປ.ເກົາຫຼີ ຮຽກຮ້ອງ ອາເມລິກາ ຢຸດຕິການເດີນຕາມບັນດາຄຳສັ່ງລົງໂທດ 15/12/2018 ວັນທີ 13 ທັນວາ, ສຳນັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ໄດ້ອອກສຽງຕຳໜິຕິຕຽນ ອາເມລິກາ ຍ້ອນວ່າໄດ້ເຮັດໃຫ້ຄວາມມານະພະຍາຍາມໃນການເຈລະຈານິວເຄຼຍລະຫວ່າງ 2 ຝ່າຍຕົກເຂົ້າສູ່ສະພາບການບໍໍ່ມີທາງອອກ. KCNA ໃຫ້ຮູ້ວ່າ: ພຽງຢາງ ຮຽກຮ້ອງໃຫ້ ວໍຊິງຕັນ ຕື່ນຂຶ້ນມາ ແລະ ມີບັນດາການກະທຳຖືກຕ້ອງກ່ຽວກັບບັນຫາປອດນິວເຄຼຍ, ແທນທີ່ເດີນຕາມບັນດາຄຳສັ່ງລົງໂທດ ສປປ.ເກົາຫຼີ. ໃນບົດວິເຄາະ, KCNA ຂຽນວ່າ “ແງ່ຫວັງໃນການພົວພັນລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ອີງໃສ່ເລື່ອງ ວໍຊິງຕັນ ອາດຈະຕື່ນຂຶ້ນມາຫລຸດພົ້ນອອກຈາກຄວາມນຶກຄິດຊົ່ວຊ້າ”. ກ່ຽວຂ້ອງເຖິງສະພາບການລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ, ໃນວັນດຽວກັນ ສ.ເກົາຫຼີ ໄດ້ຈັດກອງປະຊຸມສະພາຄວາມໝັ້ນຄົງແຫ່ງຊາດ (NSC) ເພື່ອປຶກສາຫາລືກ່ຽວກັບວິທີການເປີດສາຍການບິນສາກົນເຊື່ອມຕໍ່ລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ. (ແຫຼ່ງຄັດຈາກ VOV)

ວັນທີ 13 ທັນວາ, ສຳນັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ໄດ້ອອກສຽງຕຳໜິຕິຕຽນ ອາເມລິກາ ຍ້ອນວ່າໄດ້ເຮັດໃຫ້ຄວາມມານະພະຍາຍາມໃນການເຈລະຈານິວເຄຼຍລະຫວ່າງ 2 ຝ່າຍຕົກເຂົ້າສູ່ສະພາບການບໍໍ່ມີທາງອອກ. KCNA ໃຫ້ຮູ້ວ່າ: ພຽງຢາງ ຮຽກຮ້ອງໃຫ້ ວໍຊິງຕັນ ຕື່ນຂຶ້ນມາ ແລະ ມີບັນດາການກະທຳຖືກຕ້ອງກ່ຽວກັບບັນຫາປອດນິວເຄຼຍ, ແທນທີ່ເດີນຕາມບັນດາຄຳສັ່ງລົງໂທດ ສປປ.ເກົາຫຼີ. ໃນບົດວິເຄາະ, KCNA ຂຽນວ່າ “ແງ່ຫວັງໃນການພົວພັນລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ອີງໃສ່ເລື່ອງ ວໍຊິງຕັນ ອາດຈະຕື່ນຂຶ້ນມາຫລຸດພົ້ນອອກຈາກຄວາມນຶກຄິດຊົ່ວຊ້າ”. ກ່ຽວຂ້ອງເຖິງສະພາບການລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ, ໃນວັນດຽວກັນ ສ.ເກົາຫຼີ ໄດ້ຈັດກອງປະຊຸມສະພາຄວາມໝັ້ນຄົງແຫ່ງຊາດ (NSC) ເພື່ອປຶກສາຫາລືກ່ຽວກັບວິທີການເປີດສາຍການບິນສາກົນເຊື່ອມຕໍ່ລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ. (ແຫຼ່ງຄັດຈາກ VOV)