ປັດຈຸບັນ ມີພຽງແຕ່ກວ່າ 50% ຈຳນວນປະເທດເຂົ້າຮ່ວມສັນຍາ COP21 ໄດ້ຍື່ນສະເໜີເປົ້າໝາຍ ແລະ ແຜນການຫຼຸດຜ່ອນອາຍພິດ ກາກບອນ ລະດັບຊາດ.
ວັນທີ 31 ກໍລະກົດ, ທ່ານນາງ Patricia Espinosa ເລຂາບໍລິຫານກອບສົນທິສັນຍາ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (UNFCCC) ຖືວ່າ ບັນດາປະເທດເຂົ້າຮ່ວມການລົງນາມໃນສັນຍາ ປາຣີ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP21), ຄວນວາງອອກບັນດາເປົ້າໝາຍກ່ຽວກັບດິນຟ້າອາກາດ ທີ່ມີຄວາມມັກໃຫຍ່ໄຝ່ສູງກວ່າ ແລະ ມານະພະຍາຍາມເຄື່ອນໄຫວຢ່າງແຮງກວ່າ ເພື່ອສາມາດບັນລຸໄດ້ບັນດາເປົ້າໝາຍດັ່ງກ່າວ. ໃນຖະແຫຼງການໜຶ່ງ, ທ່ານນາງ Patricia Espinosa ໃຫ້ຮູ້ວ່າ ປັດຈຸບັນ ມີພຽງແຕ່ກວ່າ 50% ຈຳນວນປະເທດເຂົ້າຮ່ວມສັນຍາ COP21 ໄດ້ຍື່ນສະເໜີເປົ້າໝາຍ ແລະ ແຜນການຫຼຸດຜ່ອນອາຍພິດ ກາກບອນ ລະດັບຊາດ. ດັ່ງນັ້ນ, ບັນດາປະເທດຄວນວາງອອກບັນດາເປົ້າໝາຍທີ່ມີຄວາມມັກໃຫຍ່ໄຝ່ສູງກວ່າອີກ ໃນໂຄງການດຳເນີນງານກ່ຽວກັບດິນຟ້າອາກາດຂອງຕົນ.
(ແຫຼ່ງຄັດຈາກ VOV)