ທ່ານ Jean-Pierre Lacroix ເນັ້ນໜັກວ່າ, ສະຫະປະຊາຊາດ ໃຫ້ຄຳໝັ້ນສັນຍາຈະສືບຕໍ່ໜູນຊ່ວຍບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເມີດຍັງບໍ່ທັນແຕກ.
ທ່ານ Jean-Pierre Lacroix, ຮອງເລຂາທິການໃຫຍ່ສະຫະປະຊາຊາດ ຮັບຜິດຊອບການຮັກສາສັນຕິພາບໄດ້ມີການພົບປະກັບສື່ມວນຊົນ ຫວຽດນາມ (ພາບ: TTXVN)
ຕອນບ່າຍວັນທີ 13 ມິຖຸນາ, ຢູ່ ຮ່າໂນ້ຍ, ທ່ານ Jean-Pierre Lacroix, ຮອງເລຂາທິການໃຫຍ່ສະຫະປະຊາຊາດ ຮັບຜິດຊອບການຮັກສາສັນຕິພາບໄດ້ມີການພົບປະກັບສື່ມວນຊົນ ຫວຽດນາມ, ໃນນັ້ນໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມກະໂດດຂັ້ນຂອງ ຫວຽດນາມ ໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ ແລະ ປະກອບສ່ວນເຂົ້າໃນການຮັກສາສັນຕິພາບທົ່ວໂລກ.
ທ່ານ Jean-Pierre Lacroix ເນັ້ນໜັກວ່າ, ສະຫະປະຊາຊາດ ໃຫ້ຄຳໝັ້ນສັນຍາຈະສືບຕໍ່ໜູນຊ່ວຍບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເມີດຍັງບໍ່ທັນແຕກ, ຮັບປະກັນໃຫ້ປະຊາຊົນສາມາດດຳລົງຊີວິດໃນຄວາມປອດໄພ ແລະ ສັນຕິພາບ. ສະຫະປະຊາຊາດຕີລາຄາສູງເລື່ອງ ຫວຽດນາມ - ເປັນສະມາຊິກທີ່ມີຄວາມຮັບຜິດຊອບ, ຍາມໃດກໍ່ສະໜັບສະໜູນລັດທິຫຼາຍຝ່າຍຢ່າງແຮງ ແລະ ການພົວພັນແບບຍືນຍົງກັບສະຫະປະຊາຊາດ. ພ້ອມກັນນັ້ນ, ຫວຽດນາມ ຍັງໄດ້ຮັບການຕີລາຄາສູງກ່ຽວກັບບັນດາການປະກອບສ່ວນທີ່ຕັ້ງໜ້າເຂົ້າໃນການຮັກສາສັນຕິພາບຂອງສະຫະປະຊາຊາດ. ກຳລັງປົກປັກຮັກສາສັນຕິພາບ ຫວຽດນາມ, ລວມມີຕຳຫຼວດ, ກົມກອງທະຫານຊ່າງແສງຢູ່ Abyei ແລະ ໂຮງໝໍກາງສະໜາມຊັ້ນ 2 ຢູ່ ຊູດັງໃຕ້, ໄດ້ມີການປະກອບສ່ວນຫຼາຍພໍສົມຄວນ ແລະ ໄດ້ຮັບການຕີລາຄາສູງຈາກປະຊາຄົມທ້ອງຖິ່ນ.