ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ເນັ້ນໜັກວ່າ ບັນດາຮ່າງກົດໝາຍ ແລະ ມະຕິທີ່ນຳເຂົ້າໃນລາຍການກອງປະຊຸມ ຕ້ອງຖືເລື່ອງຄຸນນະພາບເປັນແຖວໜ້າ
ຕອນບ່າຍວັນທີ 01 ເມສາ, ຢູ່ຫໍສະພາແຫ່ງຊາດ, ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ເປັນປະທານວາລະປະຊຸມທີ 56 ຂອງຄະນະປະຈຳສະພາແຫ່ງຊາດ. ຄາດວ່າກອງປະຊຸມຈະຈັດຂຶ້ນໃນ 1 ມື້ເຄິ່ງ, ຄະນະປະຈຳສະພາແຫ່ງຊາດຈະປະກອບຄຳເຫັນໃສ່ຫຼາຍເນື້ອໃນສຳຄັນ.
ກ່າວຄຳເຫັນທີ່ພິທີໄຂວາລະປະຊຸມ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ເນັ້ນໜັກວ່າ ບັນດາຮ່າງກົດໝາຍ ແລະ ມະຕິທີ່ນຳເຂົ້າໃນລາຍການກອງປະຊຸມ ຕ້ອງຖືເລື່ອງຄຸນນະພາບເປັນແຖວໜ້າ; ສະເໜີໃຫ້ຄະນະປະຈຳສະພາແຫ່ງຊາດພິຈາລະນາ, ຕີລາຄາບັນດາຜົນກະທົບຢ່າງລະອຽດລະອໍ, ຄົບຖ້ວນ ເພື່ອຮັບປະກັນລັກສະນະເປັນໄປໄດ້, ມີສະຖຽນລະພາບ ແລະ ຍາວນານຂອງນະໂຍບາຍ. ກ່ຽວກັບວຽກງານບຸກຄະລາກອນ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ໃສ່ໃຈວ່າ:
“ໜຶ່ງໃນບັນດາເນື້ອໃນສຳຄັນພິເສດອື່ນອີກທີ່ວາລະປະຊຸມນີ້ ແມ່ນການປະກອບຄຳເຫັນເພື່ອກະກຽມໃຫ້ວຽກງານຈັດຕັ້ງບຸກຄະລາກອນຍື່ນສະເໜີຕໍ່ສະພາແຫ່ງຊາດ ທີ່ກອງປະຊຸມຄັ້ງປະຖົມມະລືກ, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 16. ບັນດາເນື້ອໃນດັ່ງກ່າວຕ້ອງໄດ້ຮັບການກະກຽມຢ່າງເຂັ້ມງວດ, ລະມັດລະວັງ, ຮັບປະກັນໃຫ້ຖືກຕາມຂັ້ນຕອນ, ຂໍ້ກຳນົດ, ການກຳທົດທິດຂອງພັກ, ຖືກຕ້ອງຕາມຂໍ້ກຳນົດຂອງກົດໝາຍ; ຮັບປະກັນມາດຕະການ, ເງື່ອນໄຂ, ໂຄງປະກອບທີ່ເໝາະສົມ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ໃນໄລຍະໃໝ່”.