ໝາກຜົນນັ້ນສະແດງໃຫ້ເຫັນຈິດໃຈເປັນເຈົ້າການ, ຕັ້ງໜ້າ, ມີຄວາມຮັບຜິດຊອບສົມທົບຫວ່າງບັນດາອົງການສະພາແຫ່ງຊາດ ແລະ ອົງການຂອງລັດຖະບານ, ບັນດາອົງການທີ່ກ່ຽວຂ້ອງໃນຕະຫຼອດໄລຍະຜ່ານມາ.
(ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ກ່າວຄຳເຫັນ)
ກ່າວຄຳເຫັນທີ່ວາລະອັດກອງປະຊຸມຄັ້ງທີ 56 ຂອງຄະນະປະຈຳສະພາແຫ່ງຊາດ, ຕອນບ່າຍວັນທີ 02 ເມສາ, ຢູ່ ຮ່າໂນ້ຍ, ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ ຢືນຢັນວ່າ ມາຮອດປະຈຸບັນວຽກງານກະກຽມໃຫ້ແກ່ ກອງປະຊຸມຄັ້ງປະຖົມມະເລິກ, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 16 ໄດ້ຄົບຖ້ວນ ແລະ ລະອຽດ. ໝາກຜົນນັ້ນສະແດງໃຫ້ເຫັນຈິດໃຈເປັນເຈົ້າການ, ຕັ້ງໜ້າ, ມີຄວາມຮັບຜິດຊອບສົມທົບຫວ່າງບັນດາອົງການສະພາແຫ່ງຊາດ ແລະ ອົງການຂອງລັດຖະບານ, ບັນດາອົງການທີ່ກ່ຽວຂ້ອງໃນຕະຫຼອດໄລຍະຜ່ານມາ. ທ່ານປະທານສະພາແຫ່ງຊາດ ເນັ້ນໜັກວ່າ:
“ກອງປະຊຸມຄັ້ງປະຖົມມະເລິກ, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 16 ມີຄວາມໝາຍພິເສດ, ບໍ່ພຽງແຕ່ຕົກລົງບັນດາບັນຫາຂອງກົງຈັກລັດ, ວຽກງານບຸກຄະລາກອນຂັ້ນສູງຂອງລັດ, ແຜນການເສດຖະກິດ - ສັງຄົມໄລຍະ 5 ປີ, ແຜນການງົບປະມານຂອງລັດ, ແຜນການກູ້ຢືມໄລຍະກາງ, ກູ້ຢືມໃຊ້ໜີ້ສາທາລະນະໃນໄລຍະ 5 ປີ. ບັນດາກົດໝາຍ, ມະຕິລ້ວນແຕ່ຮັບຮອງເອົາຕາມຂັ້ນຕອນຂອງກອງປະຊຸມໜຶ່ງ. ຂ້າພະເຈົ້າສະເໜີໃຫ້ທຸກອົງການ, ໂດຍສະເພາະແມ່ນຂອງສະພາແຫ່ງຊາດ, ລັດຖະບານ ນຳໃຊ້ເວລາທີ່ຍັງເຫຼືອ ເພື່ອສ້າງບົດລາຍງານ, ໃບສະເໜີ, ຮ່າງກົດໝາຍ, ມະຕິໃຫ້ສົມບູນແບບຫຼາຍທີ່ສຸດ, ຮັບປະກັນມີຄຸນນະພາບດີທີ່ສຸດ ດ້ວຍຄວາມເຫັນດີເຫັນພ້ອມສູງກ່ອນທີ່ຈະຍື່ນສະເໜີຕໍ່ສະພາແຫ່ງຊາດ.