ເລື່ອງທຳນອງ ແລະ ການປະສານສຽງທັງໝົດຂອງບົດເພງກ່ຽວກັບວິທະຍຸກະຈາຍສຽງ ຫວຽດນາມ (VOV) ໂດຍ AI ປະຕິບັດໃນເວລາສັ້ນໆນັ້ນ ໄດ້ສະແດງໃຫ້ເຫັນກຳລັງບົ່ມຊ້ອນໃນການໝູນໃຊ້ເຕັກໂນໂລຢີເຂົ້າໃນການປະດິດຄິດສ້າງເນື້ອໃນ.
ທ່ານ ປອ. ຫວູຫາຍກວາງ, ຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ (ຜູ້ຢູ່ໃຈກາງ) ແລະ ທ່ານ Jonathan Baker, ຫົວໜ້າຜູ້ຕາງໜ້າ ອົງການ UNESCO ປະຈຳ ຫວຽດນາມ ໃນລາຍການໂອ້ລົມສົນທະນາ (ພາບ:VOV)
ຈາກສະພາບຕົວຈິງດັ່ງກ່າວ, ບັນຫາວາງອອກແມ່ນການໝູນໃຊ້ປັນຍາປະດິດຄືແນວໃດເພື່ອເສີມຂະຫຍາຍປະສິດທິຜົນ, ພ້ອມທັງຮັບປະກັນບັນດາຄຸນຄ່າແກ່ນສານຂອງສື່ມວນຊົນ. ເນື້ອໃນນີ້ໄດ້ຍົກມາແລກປ່ຽນໃນລາຍການໂອ້ລົມສົນທະນາພາຍໃຕ້ຫົວຂໍ້ “ການກະຈາຍສຽງ ແລະ ປັນຍາປະດິດ” ໂດຍວິທະຍຸກະຈາຍສຽງ ຫວຽດນາມ ຈັດຂຶ້ນ ເນື່ອງໃນວັນກະຈາຍສຽງໂລກ (ວັນທີ 13 ກຸມພາ). ເຂົ້າຮ່ວມລາຍການໂອ້ລົມສົນທະນາມີທ່ານ ປອ. ຫວູຫາຍກວາງ, ຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ (VOV); ທ່ານ Jonathan Baker, ຫົວໜ້າຜູ້ຕາງໜ້າ ອົງການ UNESCO ປະຈຳ ຫວຽດນາມ; ທ່ານ Andrew Davis ຫົວໜ້າພາກສ່ວນກະຈາຍສຽງຂອງສະຫະສະມາຄົມກະຈາຍສຽງ - ໂທລະພາບ ອາຊີ - ປາຊີຟິກ (ABU). ລາຍການໄດ້ຮັບການເຊື່ອມຕໍ່ໂດຍກົງຈາກ ມາເລເຊຍ. ກ່າວຄຳເຫັນທີ່ລາຍການ, ທ່ານ ປອ. ຫວູຫາຍກວາງ, ຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ ເນັ້ນໜັກວ່າ:
“ເຖິງວ່າເຕັກໂນໂລຢີມີການພັດທະນາຮອດລະດັບໃດ, ເຖິງວ່າ AI ສາມາດລອກແບບສຽງເວົ້າທີ່ມ່ວນຂະໜາດໃດກໍຕາມ ກໍມີສອງຄຸນຄ່າແກ່ນສານ ແລະ ສີສັນເປັນເອກະລັກສະເພາະຂອງກະຈາຍສຽງ ທີ່ພວກເຮົາຕ້ອງປົກປ້ອງດ້ວຍທຸກວິທີທາງ, ນັ້ນແມ່ນຄວາມເປັນຈິງ ແລະ ລັກສະນະວັດທະນະທຳມະນຸດ. ຄວາມເປັນຈິງແມ່ນຊີວິດອິນຊີຂອງສື່ມວນຊົນປະຕິວັດ. ສຽງເວົ້າຂອງ VOV ຈະແມ່ນສຽງເວົ້າແຫ່ງມະໂນທຳ, ຄວາມຄາດຫວັງສັນຕິພາບ ແລະ ບັນດາຈິດໃຈເມດຕາປານີ ຫວຽດນາມຕະຫຼອດໄປ”.