ຂ່າວສານ

ວິ​ທະ​ຍາ​ຄານ​ເຕັກ​ນິກ​ການ​ທະ​ຫານ ຕ້ອງ​ສວມ​ບົດ​ບາດ​ນຳ​ພາ​ໃນ​ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ, ເຕັກ​ນິກ​ການ​ທະ​ຫານ

ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີໃຫ້ວິທະຍາຄານເຕັກນິກການທະຫານສຸມໃສ່ປະຕິບັດ 5 ທິດທາງສຳຄັນທີ່ໄດ້ກຳນົດ, ໃນນັ້ນ ຕ້ອງເຊື່ອມຊຶມຢ່າງເລິກເຊິ່ງ, ກຳແໜ້ນທັດສະນະ, ແນວທາງ, ແຜນນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍຂອງລັດກ່ຽວກັບໜ້າທີ່ການທະຫານ, ການປ້ອງກັນຊາດ; ບັນດາທິດທາງຍຸດທະສາດໃນການສ້າງກອງທັບໃນໄລຍະຈະມາເຖິງ.
ທ່ານເລຂາທິການໃຫຍ່ ໂຕເລິມ ຢ້ຽມຢາມວິທະຍາຄານເຕັກນິກການທະຫານ (ພາບ: VOV)

ວິທະຍາຄານເຕັກນິກການທະຫານ ຕ້ອງສວມບົດບາດນຳພາໃນການຄົ້ນຄວ້າວິທະຍາສາດ, ເຕັກນິກການທະຫານ. ນີ້ແມ່ນຄຳຮຽກຮ້ອງຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ເລຂາຄະນະພັກການທະຫານສູນກາງ ເມື່ອມາຢ້ຽມຢາມ ແລະ ເຮັດວຽກກັບວິທະຍາຄານເຕັກນິກການທະຫານໃນຕອນເຊົ້າວັນທີ 17 ມີນາ, ຢູ່ຮ່າໂນ້ຍ. ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີໃຫ້ວິທະຍາຄານເຕັກນິກການທະຫານສຸມໃສ່ປະຕິບັດ 5ທິດທາງສຳຄັນທີ່ໄດ້ກຳນົດ, ໃນນັ້ນ ຕ້ອງເຊື່ອມຊຶມຢ່າງເລິກເຊິ່ງ, ກຳແໜ້ນທັດສະນະ, ແນວທາງ, ແຜນນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍຂອງລັດກ່ຽວກັບໜ້າທີ່ການທະຫານ, ການປ້ອງກັນຊາດ; ບັນດາທິດທາງຍຸດທະສາດໃນການສ້າງກອງທັບໃນໄລຍະຈະມາເຖິງ. ທ່ານກ່າວວ່າ:

 “ຕ້ອງປ່ຽນແປງໃໝ່ເນື້ອໃນ, ລາຍການກໍ່ສ້າງຕາມທິດທັນສະໄໝ, ແທດຈິງ ແລະ  ເຊື່ອມຕໍ່ຢ່າງແຮງ, ຕິດພັນກັບພຶດຕິກຳຕົວຈິງ ແລະ ການພັດທະນາຂອງວິທະຍາສາດເຕັກໂນໂລຢີຢ່າງແໜ້ນແຟ້ນ, ຍູ້ແຮງການເຊື່ອມໂຍງສາກົນ, ຖື “ສຳມະນາກອນ, ນັກສຶກສາເປັນໃຈກາງ, ໂຮງຮຽນເປັນພື້ນຖານ, ຄູອາຈານເປັນກຳລັງໜູນ”. ເພີ່ມທະວີການຮ່ວມມືກ່ຽວກັບການກໍ່ສ້າງ, ຄົ້ນຄວ້າວິທະຍາສາດ, ຖ່າຍທອດເຕັກໂນໂລຢີກັບບັນດາອົງການ, ກົມກອງ, ຄູ່ຮ່ວມມືພາຍໃນ ແລະ ຕ່າງປະເທດ; ເສີມຂະຫຍາຍປະສິດທິຜົນຊື່ສຽງຮຽງນາມຂອງໂຮງຮຽນມະຫາວິທະຍາໄລເຕັກນິກ ເລກຸຍດົນ ໃນການຮ່ວມມືສາກົນ.”


top