ຄົ້ນພົບ

ວິຫານ ດົ່ງກິ – ປູຊະນີຍະສະຖານປະຫວັດສາດ ແລະ ວັດທະນະທຳລະດັບຊາດ

ວິຫານ ດົ່ງກິ, ຕາແສງ ດົ່ງງວຽນ, ແຂວງ ບັກນິງ ຖືກກໍ່ສ້າງຂຶ້ນຕັ້ງແຕ່ສະໄໝລາຊະວົງ ຫຼີ. ຜ່ານໄລຍະເວລາແຫ່ງປະຫວັດສາດ, ສົງຄາມ ແລະ ການປະຕິສັງຂອນຫຼາຍຄັ້ງ, ແຕ່ມາຮອດປັດຈຸບັນ ປູຊະນີຍະສະຖານແຫ່ງນີ້ຍັງຄົງຮັກສາໄດ້ໂຄງສ້າງສະຖາປັດຕະຍະກຳແບບດັ້ງເດີມ. ນີ້ບໍ່ພຽງແຕ່ແມ່ນສະຖານທີ່ແຫ່ງການດຳເນີນກິດຈະກຳທາງດ້ານວັດທະນະທຳ ແລະ ຄວາມເຊື່ອຖືຂອງປະຊາຊົນທ້ອງຖິ່ນເທົັ້ນ, ແຕ່ຍັງແມ່ນຈຸດໝາຍປາຍທາງການທ່ອງທ່ຽວຂອງແຂກທາງໄກ ເມື່ອໄດ້ມາຢ້ຽມຢາມເຂດດິນແດນ ກິງບັກ (ແຂວງ ບັກນິງ).

ວິຫານ ແຫ່ງນີ້ຖືກກໍ່ສ້າງຂຶ້ນໃນເນື້ອທີ່ກວ້າງກວ່າ 23.000 ມ2 ຢູ່ເຂດທ້າຍບ້ານ, ເຊິ່ງປັດຈຸບັນຍັງຄົງຮັກສາໄດ້ຫຼາຍພາກສ່ວນຄື: ຕາມກວານ (ປະຕູໂຂງທາງເຂົ້າສາມທາງ), ຫໍໄຫວ້ໃຫຍ່, ຫໍບູຊາທາງໃນ ແລະ ບັນດາສິ່ງກໍ່ສ້າງສຳຮອງອື່ນໆ. ດ່ານແຫ່ງນີ້ແມ່ນບ່ອນສັກກາລະບູຊາ ພະເຈົ້າປະຈຳບ້ານ ເຊິ່ງແມ່ນ ອົງສັກສິດ “ທຽນເກືອງ” ຜູ້ທີ່ມີຜົນງານອັນໃຫຍ່ຫຼວງໃນການຕີເອົາຊະນະສັດຕູຜູ້ຮຸກຮານໃນສະໄໝກະສັດ ຮຸ່ງ ອົງທີ 6. ໃນປີ 1988, ວິຫານ ດົ່ງກິ ໄດ້ຮັບການຈັດອັນດັບຈາກລັດຖະບານໃຫ້ເປັນ ປູຊະນີຍະສະຖານປະຫວັດສາດ ແລະ ວັດທະນະທຳລະດັບຊາດ.

 

ຢູ່ທາງໜ້າ ວິຫານ ແມ່ນໜອງນ້ຳຂະໜາດໃຫຍ່ ທີ່ຖືກປູດ້ວຍຫີນ ພ້ອມກັບຂົວຫີນສີຟ້າ 2 ແຫ່ງທີ່ມີຮູບຊົງໂຄ້ງງາມ, ສ້າງຄວາມສວຍສົດງົດງາມ ແລະ ບັນຍາກາດທີ່ປອດໂປ່ງໃຫ້ແກ່ປູຊະນີຍະສະຖານ. ພາບ: ແທງເທືອງ – VNA

ປະຕູໂຂງຂອງ ວິຫານ ດົ່ງກິ (ຕາມກວານ) ຖືກກໍ່ສ້າງຂຶ້ນຢ່າງໃຫຍ່ໂຕມະໂຫຖານ, ສະແດງໃຫ້ເຫັນເຖິງເອກະລັກຂອງປະຕູໂຂງບ້ານຢູ່ເຂດທົ່ງພຽງພາກເໜືອ, ເຊິ່ງປະກອບມີປະຕູໃຫຍ່ຢູ່ທາງກາງ ແລະ ປະຕູສຳຮອງຢູ່ 2 ຂ້າງ. ພາບ: ແທງເທືອງ – VNA

ວິຫານ ດົ່ງກິ ຖືກກໍ່ສ້າງຂຶ້ນໃນເນື້ອທີ່ກວ້າງກວ່າ 23.000 ມ2 ຢູ່ເຂດທ້າຍບ້ານ, ປັດຈຸບັນຍັງຄົງຮັກສາໄດ້ຫຼາຍພາກສ່ວນທີ່ສຳຄັນ. ພາບ: ແທງເທືອງ – VNA

ວິຫານ ແຫ່ງນີ້ຍັງຄົງຮັກສາຮູບປັ້ນສັດສັກສິດທີ່ເຮັດດ້ວຍຫີນ ເຊິ່ງຖືກຄວັດສະລັກຢ່າງປານີດ. ພາບ: ແທງເທືອງ – VNA

ວັດ ທີ່ເຕັມໄປດ້ວຍຄວາມເກົ່າແກ່ ໄດ້ຮັບການວາງແຜນໃຫ້ເປັນຈຸດໝາຍປາຍທາງການທ່ອງທ່ຽວ. ພາບ: ແທງເທືອງ – VNA

top