ຂ່າວສານ

ວິສາຫະກິດ ຫວຽດນາມ - ອິນໂດເນເຊຍ ຕັ້ງຄວາມຫວັງເຂົ້າໃນຕະຫຼາດຂອງແຕ່ລະປະເທດ

ໃນເວລາກວ່າ 30 ປີທີ່ໄດ້ຮ່ວມມື ແລະ ພັດທະນາພ້ອມກັບນະຄອນຫຼວງ ຮ່າໂນ້ຍ, Ciputra Hanoi (ສາຂາຂອງກຸ່ມບໍລິສັດ Ciputra ຢູ່ ຫວຽດນາມ) ໄດ້ເປັນສິ່ງພິສູດຢ່າງຈະແຈ້ງໃຫ້ແກ່ຜົນສຳເລັດຂອງວິສາຫະກິດ ອິນໂດເນເຊຍ ຢູ່ ຫວຽດນາມ.
ບໍລິສັດ Japfa Comfeed ຫວຽດນາມ ຈຳກັດ ກໍ່ແມ່ນໜຶ່ງໃນບັນດາວິສາຫະກິດ ອິນໂດເນເຊຍ ທີ່ເຄື່ອນໄຫວຢ່າງມີປະສິດທິຜົນຢູ່ ຫວຽດນາມ (ພາບອິນເຕີເນັດ)

ການພົວພັນດ້ານເສດຖະກິດລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ ໄດ້ພັດທະນາຢ່າງແຮງ ແລະ ພວມສູ້ຊົນບັນລຸວົງເງິນການຄ້າ 2 ສົ້ນ 18 ຕື້ USD ໂດຍໄວ. ການຮ່ວມມືດ້ານການລົງທຶນລະຫວ່າງ 2 ປະເທດກໍ່ເຫັນປະຈັກຕາລະດັບການເຕີບໂຕຫຼາຍພໍສົມຄວນ. ນີ້ອາດໄດ້ຮັບຖືວ່າແມ່ນກຳລັງບົ່ຊ້ອນຢ່າງໃຫຍ່ຫຼວງໃຫ້ແກ່ວິສາຫະກິດ 2 ປະເທດ.

ໂດຍຫ່າງຈາກໃຈກາງນະຄອນຫຼວງ ຮ່າໂນ້ຍ ປະມານ 8 ກມ, ເຂດຕົວເມືອງ ນາມທັງລອງ (Ciputra Hanoi Internasional City) ດ້ວຍເນື້ອທີ່ 323 ເຮັກຕາ, ລວມມີອາຄານສູງ 34 ຕຶກ, ເຂດເຮືອນວິນລາ 10 ເຂດ, ປະກອບສ່ວນປົວແປງໂສມໜ້ານະຄອນຫຼວງ. ນີ້ແມ່ນໜຶ່ງໃນບັນດາເຂດຕົວເມືອງໃໝ່ທຳອິດໂດຍນັກລົງທຶນ ອິນໂດເນເຊຍ (Ciputra Grup) ແລະ ບໍລິສັດໃຫຍ່ການລົງທຶນພັດທະນາພື້ນຖານໂຄງລ່າງເຂດຕົວເມືອງ (UDIC) ຂອງ ຫວຽດນາມ ຮ່ວມມືກໍ່ສ້າງຢູ່ ຮ່າໂນ້ຍ ໃນປີ 2002. ໃນເວລາກວ່າ 30 ປີທີ່ໄດ້ຮ່ວມມື ແລະ ພັດທະນາພ້ອມກັບນະຄອນຫຼວງ ຮ່າໂນ້ຍ, Ciputra Hanoi (ສາຂາຂອງກຸ່ມບໍລິສັດ Ciputra ຢູ່ ຫວຽດນາມ) ໄດ້ເປັນສິ່ງພິສູດຢ່າງຈະແຈ້ງໃຫ້ແກ່ຜົນສຳເລັດຂອງວິສາຫະກິດ ອິນໂດເນເຊຍ ຢູ່ ຫວຽດນາມ. ທ່ານ Thong Suprobo Antono, ຫົວໜ້າໂຄງການ Ciputra Hanoi, ໃຫ້ຂໍ້ສັງເກດວ່າ:

“ຫວຽດນາມ ແລະ ອິນໂດເນເຊຍ ຍັງມີໂອກາດຮ່ວມມືດ້ານອະສັງຫາລິມະຊັບຫຼາຍຢ່າງ ຍ້ອນວ່າ ທັງ 2 ປະເທດລ້ວນແຕ່ແມ່ນປະເທດພັດທະນາ. ທັງ 2 ປະເທດລ້ວນແຕ່ມີຄວາມຕ້ອງການດ້ານເຮືອນຢູ່ອາໄສຢ່າງໃຫຍ່ຫຼວງນີ້ແມ່ນໂອກາດໃຫ້ກຸ່ມບໍລິສັດ Ciputra ຂອງພວກຂ້າພະເຈົ້າ. ຄວາມຕ້ອງການດ້ານເຮືອນຢູ່ອາໄສທີ່ມີສິ່ງອຳນວຍຄວາມສະດວກຢ່າງຄົບຖ້ວນຂອງປະຊາຊົນ 2 ປະເທດ ພວມແມ່ນຄວາມຕ້ອງການທີ່ຮີບດ່ວນສະນັ້ນນີ້ຈຶ່ງແມ່ນໂອກາດລົງທຶນຢ່າງໃຫຍ່ຫຼວງໃຫ້ແກ່ວິສາຫະກິດ 2 ປະເທດ. ປະຈຸບັນພວກຂ້າເຈົ້າພວມຮ່ວມມືກັບບໍລິສັດຂອງ ຫວຽດນາມເປັນສິ່ງທີ່ດີສົມຄວນໃຫ້ແກ່ນັກລົງທຶນຕ່າງປະເທດ ເມື່ອມາລົງທຶນຢູ່ ຫວຽດນາມ ຫຼື ນັກລົງທຶນ ຫວຽດນາມ ແຊກຊຶມເຂົ້າຕະຫຼາດ ອິນໂດເນເຊຍ ຖ້າຫາກເຊື່ອມຕໍ່ການຮ່ວມມືກັບບັນດາບໍລິສັດປະຈຳຖິ່ນ”.

ໃນຂະນະນັ້ນ, ຢູ່ທາງພາກໃຕ້ ຫວຽດນາມ, ໃນຂົງເຂດລ້ຽງສັດ, ບໍລິສັດ Japfa Comfeed ຫວຽດນາມ ຈຳກັດ ກໍ່ແມ່ນໜຶ່ງໃນບັນດາວິສາຫະກິດ ອິນໂດເນເຊຍ ທີ່ເຄື່ອນໄຫວຢ່າງມີປະສິດທິຜົນຢູ່ ຫວຽດນາມ. ໂດຍໄດ້ລົງທຶນເຂົ້າຕະຫຼາດ ຫວຽດນາມ ນັບແຕ່ປີ 1996 ພາຍໃຕ້ຮູບແບບຮ່ວມດຳເນີນທຸລະກິດກັບບໍລິສັດໃຫຍ່ການລ້ຽງສັດ ຫວຽດນາມ, ມາຮອດປະຈຸບັນ, Japfa ຫວຽດນາມ ພວມມີ 8 ໂຮງງານຜະລິດຫົວອາຫານສັດ ແລະ ສິນໃນນ້ຳຢູ່ຫຼາຍແຂວງ, ນະຄອນຂອງ ຫວຽດນາມ. ທ່ານ Tommy Manawan, ຜູ້ອຳນວຍການຝ່າຍການເງິນ ບໍລິສັດ Japfa Comfeed ຫວຽດນາມ ຈຳກັດ, ໃຫ້ຮູ້ວ່າ:

“ຢູ່ ອິນໂດເນເຊຍພວກ້າພະເຈົ້າເຄື່ອນໄຫວໃນຂົງເຂດລ້ຽງສັດສະນັ້ນໜຶ່ງໃນບັນດາວຽກງານທີ່ສາມາດປະຕິບັດລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ ແມ່ນເຮັດແນວໃດເພື່ອໃຫ້ພວກຂ້າພະເຈົ້າສາມາດນຳອາຫານຈາກ ອິນໂດເນເຊຍ ເຂົ້າ ຫວຽດນາມໄດ້ຄື: ສາລີກ່ອນນີ້ແມ່ນນ້ຳມັນໝາກພ້າວ. ປະຈຸບັນພວກຂ້າພະເຈົ້າພວມມີແຜນການເປີດກວ້າງຮູບແບບດຳເນີນລະກິດເຮັດແນວໃດເພື່ອສາມາດສະໜອງເຖິງຜູ້ບໍລິໂພກໄດ້ໂດຍກົງ”.

ນີ້ພຽງແຕ່ແມ່ນ 2 ໃນຈຳນວນບັນດາບໍລິສັດຂອງ ອິນໂດເນເຊຍ ທີ່ບັນລຸຜົນສຳເລັດຢູ່ຕະຫຼາດ ຫວຽດນາມ. ກົງກັນຂ້າມ, ຢູ່ຕະຫຼາດ ອິນໂດເນເຊຍ ດ້ວຍປະຊາກອນປະມານ 300 ລ້ານຄົນ - ເປັນປະເທດມີຈຳນວນພົນລະເມືອງຫຼາຍກວ່າໝູ່ຢູ່ພາກພື້ນ ອາຊຽນ, ແມ່ນຕະຫຼາດທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນໃຫ້ແກ່ບັນດານັກລົງທຶນຕ່າງປະເທດ, ໃນນັ້ນ, ມີວິສາຫະກິດ ຫວຽດນາມ. ໂດຍເຫັນໄດ້ເຖິງໂອກາດພັດທະນາຢູ່ຕະຫຼາດຕ່າງປະເທດ, ກຸ່ມບໍລິສັດ Vinfast ໄດ້ເລີ່ມ “ຂຸດຄົ້ນ” ຕະຫຼາດນີ້. ເມື່ອຕີລາຄາກ່ຽວກັບຄວາມສາມາດບົ່ມຊ້ອນໃນການຮ່ວມມືລະຫວ່າງ ອິນໂດເນເຊຍ ແລະ  ຫວຽດນາມ ເວົ້າລວມ, ກໍຄືກຳລັງບົ່ມຊ້ອນຂອງຕະຫຼາດ ອິນໂດເນເຊຍ ສຳລັບ Vinfast ເວົ້າສະເພາະ, ທ່ານ ຫງວຽນດິ່ງຈຽນ, ຜູ້ອຳນວຍການຝ່າຍລົງທຶນ, ບໍລິສັດຫຸ້ນສ່ວນຜະລິດ ແລະ ດຳເນີນທຸລະກິດ Vinfast ແບ່ງປັນວ່າ:

“ປະເທດ ຫວຽດນາມ ແລະ ອິນໂດເນເຊຍ ມີຫຼາຍຈຸດຄ້າຍຄືກັນກ່ຽວກັບຂອບຂະໜາດປະຊາກອນກ່ຽວກັບເກນອາຍຸໜຸ່ມກໍ່ຄືກຳລັງບົ່ມຊ້ອນພັດທະນາເສດຖະກິດິ່ງໄປກວ່ານັ້ນແມ່ນມີຈຸດທີ່ຄ້າຍຄືກັນດ້ານວັດທະນະທຳລະຫວ່າງ 2 ປະເທດ. Vinfast ກຳນົດຢ່າງຈະແຈ້ງວ່າຕະຫຼາດ ອິນໂດເນເຊຍ ແມ່ນຕະຫຼາດເປີດ ແລະ ຈະພັດທະນາຂົງເຂດລົດໂອໂຕຢ່າງແຮງພິເສດແມ່ນລົດໂອໂຕໄຟຟ້າ. ແລະທ່າແຮງບົ່ຊ້ອນກ່ຽວກັບອັດຕານຳໃຊ້ລົດໄຟຟ້າແມ່ນພວມມີຫຼາຍ”.

ປະຈຸບັນ, ອິນໂດເນເຊຍ ແມ່ນຄູ່ຄ້າໃຫຍ່ອັນດັບທີ 3 ຂອງ ຫວຽດນາມ, ຫວຽດນາມ ແມ່ນຄູ່ຄ້າໃຫຍ່ອັນດັບທີ 4 ຂອງ ອິນໂດເນເຊຍ ໃນ ອາຊຽນ. ວົງເງິນການຄ້າ 2 ສົ້ນພວມຮັກສາທ່າເຕີບໂຕຢ່າງຕໍ່ເນື່ອງ ຈາກ 9 ຕື້ USD ໃນປີ 2019 ຂຶ້ນເປັນ 16 ຕື້ USD ໃນປີ 2024. ພິເສດ, ດ້ວຍເລື່ອງຍົກລະດັບການພົວພັນລະຫວ່າງ 2 ປະເທດຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ພາຍຫຼັງການຢ້ຽມຢາມ ອິນໂດເນເຊຍ ຂອງທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນມມ ໂຕເລິມ ໃນເດືອນ ມີນາ 2025, ການຮ່ວມມືດ້ານການຄ້າລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ ຈະບັນລຸລະດັບ 18 ຕື້ USD ໂດຍໄວ.


top