ດ້ວຍຍຸດທະສາດຜະລິດກະສິກຳອົງຄະທາດທີ່ມີຂອບຂະໜາດໃຫຍ່, ຍືນຍົງ, THACO Agri ໄດ້ໝູນໃຊ້ເຕັກໂນໂລຊີຊີວະສາດເຂົ້າໃນການຜະລິດ.
THACO Agri ໄດ້ໝູນໃຊ້ເຕັກໂນໂລຊີຊີວະສາດເຂົ້າໃນການຜະລິດຝຸ່ນອົງຄະທາດ ແລະ ຢາຂ້າສັດຕູພືດຊີວະສາດ (ພາບ: TTXVN)
ໃນກະແສການລົງທຶນຂອງ ຫວຽດນາມ ອອກສູ່ໂລກຕ້ອງເວົ້າເຖິງບັນດາບາດກ້າວທີ່ຫານກ້າແຕ່ເຕັມໄປດ້ວຍຍຸດທະສາດຂອງບັນດາກຸ່ມບໍລິສັດ, ວິສາຫະກິດໃຫຍ່. ກຸ່ມບໍລິສັດ ເຈື່ອງຫາຍ - THACO, ມີຊື່ສຽງຕິດພັນກັບຂະແໜງອຸດສາຫະກຳລົດໂອໂຕ ຫວຽດນາມ - ພວມຢືນຢັນບົດບາດນຳໜ້າໃນການເຄື່ອນໄຫວເປີດກວ້າງລະບົບມູນຄ່າດ້ານກະສິກຳເຕັກໂນໂລຊີສູງຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ເທື່ອລະກ້າວ, ດ້ວຍສະຖານທີ່ລົງທຶນທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນນັ້ນແມ່ນປະເທດ ກຳປູເຈຍ.
ໂດຍຢູ່ຫ່າງຈາກນະຄອນຫຼວງ ພະນົມເປັນ, ປະເທດ ກຳປູເຈຍ ໄປທາງທິດຕາເວັນອອກສ່ຽງເໜືອ ປະມານ 300 ກມ, ແຂວງ Kratie ໄດ້ຮັບການຮູ້ຈັກເຖິງແມ່ນເຂດດິນຈະເລີນພັນ ຕັ້ງຢູ່ແຄມແມ່ນ້ຳຂອງ, ມີເນື້ອທີ່ປູກຝັງທີ່ກວ້າງໃຫຍ່. ປະຈຸບັນ, ຢູ່ເຂດປະສົມ Snuol, ເມືອງ Snuol, ແຂວງ Kratie, ບໍລິສັດຫຸ້ນສ່ວນ ກະສິກຳ ເຈື່ອງຫາຍ (THACO Agri) ພວມຜັນຂະຫຍາຍການລົງທຶນຮູບແບບໂຮງງານຜະລິດ, ປູກຝັງ, ລ້ຽງສັດແບບຄົບວົງຈອນ ໃນເນື້ອທີ່ດິນກວ່າ 10.700 ເຮັກຕາ, ດ້ວຍຍອດມູນຄ່າລົງທຶນ 495 ລ້ານ USD, ລວມມີບັນດາຮູບແບບປູກຕົ້ນໝາກກວ້ຍ, ໝາກນັດ ແລະ ຕົ້ນໄມ້ກິນໝາກປະເພດອື່ນໆ, ຄື: ໝາກຖົ່ວລຽນ, ໝາກມ່ວງ, ໝາກສົ້ມໂອ; ສົມທົບກັບບັນດາຟາມລ້ຽງງົວພັນ, ງົວຊີ້ນ ແລະ ງົວນ້ວຍ. ທ່ານ ຫງວຽນງອັກແອັງຕູ, ຮອງຜູ້ອຳນວຍການໃຫຍ່ປະຈຳເຂດປະສົມ Snuol ຂຶ້ນກັບ THACO Agri, ໃຫ້ຮູ້ວ່າ.
“ຕາມຍຸດທະສາດຂອງກຸ່ມບໍລິສັດແລ້ວ, ປີ 2025 ພວກຂ້າພະເຈົ້າຈະເປີດກວ້າງເນື້ອທີ່ປູກຕົ້ນກວ້ຍຂຶ້ນເປັນ 4.000 ເຮັກຕາ, ຄາດວ່າ ປະລິມານການຜະລິດບັນລຸ 100.000 ໂຕນ/ປີ. ແລະຈຳນວນຜູ້ອອກແຮງງານທີ່ພວກຂ້າພະເຈົ້າຕ້ອງການໃຫ້ສຳລັບເຂດປະສົມ Snuol ແມ່ນ 7.500 ຄົນ. ປະຈຸບັນ, ໝາກກວ້ຍໄດ້ສົ່ງອອກໄປຍັງ 2 ຕະຫຼາດຕົ້ນຕໍ ແລະ ຕະຫຼາດຂັ້ນສູງທີ່ສຸດແມ່ນ ຍີ່ປຸ່ນ ແລະ ຈີນ. ໃນປີ 2025, ພວກຂ້າພະເຈົ້າຈະສືບຕໍ່ສົ່ງອອກໄປຍັງຕະຫຼາດ ເອີລົບ ຜ່ານບັນດາຜູ້ຈຳໜ່າຍໃຫຍ່”.
ດ້ວຍຍຸດທະສາດຜະລິດກະສິກຳອົງຄະທາດທີ່ມີຂອບຂະໜາດໃຫຍ່, ຍືນຍົງ, THACO Agri ໄດ້ໝູນໃຊ້ເຕັກໂນໂລຊີຊີວະສາດເຂົ້າໃນການຜະລິດຝຸ່ນອົງຄະທາດ ແລະ ຢາຂ້າສັດຕູພືດຊີວະສາດ ດ້ວຍແຫຼ່ງວັດຖຸດິບແມ່ນເອົາມາຈາກການເຄື່ອນໄຫວລ້ຽງປູກ. ໂດຍອີງໃສ່ພື້ນຖານວິທະຍາສາດເຕັກໂນໂລຊີທີ່ກຸ່ມບໍລິສັດ THACO ເປັນເຈົ້າກຳມະສິດໃນຫຼາຍຂົງເຂດ, ຈາການລ້ຽງປູກ, ຕະຫຼອດຮອດກົນຈັກ, ການຜະລິດ… ລະບົບຊີວະພາບຄົບວົງຈອນໄດ້ສ້າງຂຶ້ນມາ, ລວມມີ: ໂຮງງານກົນຈັກ ແລະ ເຄື່ອງອຸປະກອນດ້ານກະສິກຳ, ໂຮງງານຜະລິດຫຸ້ມຫໍ່, ສາງໝາກໄມ້ແຊ່ເຢັນ , ສູນຜະລິດອາຫານລ້ຽງງົວ, ລະບົບ logistics… ຕະຫຼອດບັນດາການເຄື່ອນໄຫວໃນລະບົບມູນຄ່າດັ່ງກ່າວໄດ້ຮັບການຄຸ້ມຄອງຕາມວິທີການອຸດສາຫະກຳນຳໃຊ້ກົນຈັກ ແລະ ການຫັນເປັນດີຈີຕອນເພື່ອສ້າງເຂດປະສົມຜະລິດກະສິກຳສະສົມ ແລະ ໝູນວຽນ. ອ້າຍ ເຈິ່ນວັນກວານ, ນັກວິຊາການສັດຕະວະແພດຢູ່ຟາມລ້ຽງງົວໃນເຂດປະສົມ Snoul, ໃຫ້ຮູ້ວ່າ:
“ງົວແຕ່ລະໂຕລ້ວນແຕ່ໄດ້ຕິດຊິບ. ຜ່ານນັ້ນ, ພວກຂ້າພະເຈົ້າຈຶ່ງສາມາດຕິດຕາມຂໍ້ມູນປະຫວັດດ້ານສຸຂະພາບ, ການສັກຢາ, ການເກີດລູກ... ຢ່າງຄົບຖ້ວນ. ຂໍ້ມູນທັງໝົດນັ້ນລ້ວນແຕ່ໄດ້ອັບເດດຢ່າງວ່ອງໄວ, ຊັດເຈນ, ຄົບຖ້ວນ. ສະນັ້ນ, ພວກຂ້າພະເຈົ້າສາມາດຄຸ້ມຄອງຝູງງົວຢ່າງເຂັ້ມງວດ, ມີວິທະຍາສາດກວ່າ, ແທນທີ່ໃຫ້ການຈົດດ້ວຍມື້. ທີ 2, ມັນຊ່ວຍໃຫ້ຂ້າພະເຈົ້າຍົກສູງສະຕິຄວາມຮັບຮູ້້ດ້ານຄວາມປອດໄພຊີວະສາດ, ຍ້ອນໄດ້ກວດພົບບັນດາສັນຍານທີ່ຜິດປົກກະຕິໂດຍໄວ, ແກ້ໄຂຢ່າງທັນການ, ຫຼຸດຜ່ອນຄວາມເສຍຫາຍຍ້ອນພະຍາດຢ່າງສຸດຂີດ ແລະ ຍົກສູງສະມັດຕະພາບການລ້ຽງ”.
ບໍ່ພຽງແຕ່ສ້າງການຫັນປ່ຽນດ້ານພື້ນຖານໂຄງລ່າງ ແລະ ເຕັກໂນໂລຊີ, ບັນດາໂຄງການກະສິກຳຂອງ THACO Agri ຍັງສ້າງວຽກເຮັດງານທຳໃຫ້ຜູ້ອອກແຮງງານທ້ອງຖິ່ນນັບພັນຄົນ. ບັນດາຫຼັກສູດການສຶກສາທັກສະການປູກຝັງທັນສະໄໝ, ການດຳເນີນເຄື່ອນໄຫວເຄື່ອງອຸປະກອນ ແລະ ຄຸ້ມຄອງຂັ້ນຕອນການຜະລິດກໍ່ໄດ້ຈັດຂຶ້ນເປັນປະຈຳ. ບໍລິສັດໄດ້ກໍ່ສ້າງເຂດເຮືອນຢູ່ໂດຍບໍ່ເກັບຄ່າຊ່ວຍໃຫ້ຜູ້ອອກແຮງງານຍົກສູງຄຸນນະພາບການດຳລົງຊີວິດ ແລະ ຕິດພັນກັບກຸ່ມບໍລິສັດ. ອ້າຍ Chhoum Vorun ແລະ ເອື້ອຍ Keo Sam, ກຳມະກອນເຮັດວຽກຢູ່ເຂດປະສົມ Snuol, ແບ່ງປັນວ່າ:
“ຢູ່ທີ່ນີ້ພວກຂ້າພະເຈົ້າມີເຮືອນຫຼັງໃໝ່, ມີນ້ຳປະປາ, ມີໄຟຟ້າຢ່າງຄົບຖ້ວນ. ເຂດກາງແຈ້ງກໍ່ກວ້າງ, ປອດໂປ່ງ, ກິນ 3 ຄາບ/ມື້ໂດຍບໍ່ຕ້ອງເສຍຄ່າ. ຂ້າພະເຈົ້າເຫັນວ່າ, ຢູ່ທີ່ນີ້ແມ່ນສະດວກສະບາຍທີ່ສຸດ, ຊີວິດການເປັນຢູ່ກໍ່ບໍ່ປະສົບກັບຄວາມຫຍຸ້ງຍາກຄືເມື່ອກ່ອນອີກ”.
“ທາງບໍລິສັດຍັງກໍ່ສ້າງໂຮງຮຽນອີກ. ອ້າຍນ້ອງກຳມະກອນມີລູກນ້ອຍກໍ່ໄດ້ໄປຮຽນໝົດ. ໄຟຟ້າ, ນ້ຳປະປາລ້ວນແຕ່ບໍ່ຕ້ອງເສຍຄ່າ. ເມື່ອເຮັດວຽກຢູ່ເຂດຟາມຂອງ THACO, ພວກຂ້າພະເຈົ້າຮຽນໄດ້ເຕັກນິກໃໝ່ຫຼາຍຢ່າງ, ມີວຽກເຮັດງານທຳເປັນປົກກະຕິກວ່າເມື່ອກ່ອນນີ້”.
ໂດຍໄດ້ມາລົງທຶນຢູ່ຕະຫຼາດ ກຳປູເຈຍ ຢ່າງເປັນທາງການນັບແຕ່ປີ 2019, ນອກຈາກເຂດປະສົມ Snuol ແລ້ວ, THACO Agri ຍັງລົງທຶນເຂດປະສົມ Koun Mom, ເມືອງ Lumphat, ແຂວງ Ratanakiri, ມີຂອບຂະໜາດກວ່າ 24.680 ເຮັກຕາ, ດ້ວຍຍອດມູນຄ່າ 800 ລ້ານ USD. ບໍ່ພຽງແຕ່ຢຸດຢູ່ມູນຄ່າເສດຖະກິດເທົ່ານັ້ນ, ບັນດາໂຄງການດັ່ງກ່າວຍັງປະກອບສ່ວນເພີ່ມທະວີການພົວພັນມິດຕະພາບ ຫວຽດນາມ - ກຳປູເຈຍ, ສະແດງໃຫ້ເຫັນໜ້າທີ່ຄວາມຮັບຜິດຊອບຕໍ່ສັງຄົມ, ວັດທະນະທຳ ແລະ ສິ່ງແວດລ້ອມອີກດ້ວຍ, ຜ່ານບັນດາການເຄື່ອນໄຫວການກຸສົນ, ໜູນຊ່ວຍປະຊາຄົມທ້ອງຖິ່ນ.