ຕອນບ່າຍວັນທີ 26 ຕຸລາ, ຢູ່ນະຄອນ Bang Lung ແຂວງ Ratanakiri, ປະເທດ ກຳປູເຈຍ, ພະແນກອຸດສາຫະກຳ ແລະ ການຄ້າແຂວງ ຢາລາຍ (ຫວຽດນາມ) ໄດ້ສົມທົບກັບພະແນກການຄ້າແຂວງ Ratanakiri, ທູດການຄ້າສະຖານທູດ ຫວຽດນາມ ປະຈຳ ກຳປູເຈຍ ຈັດຕັ້ງພິທີໄຂງານຕະຫລາດນັດສິນຄ້າ ຫວຽດນາມ.
ພິທີໄຂງານຕະຫລາດນັດສິນຄ້າ ຫວຽດນາມ
ງານຕະຫລາດນັດສິນຄ້າ ຫວຽດນາມ ຢູ່ ກຳປູເຈຍ ດຳເນີນແຕ່ວັນທີ 26 – 28 ຕຸລາ. ຕະຫລາດນັດມີຂອບຂະໜາດຮ້ານວາງສະແດງ 30 ຮ້ານຂອງບັນດາວິສາຫະກິດທີ່ມາຈາກ ຫວຽດນາມ ແລະ ຮ້ານວາງສະແດງຂອງບັນດາວິສາຫະກິດ ກຳປູເຈຍ 10 ຮ້ານ ດ້ວຍຜະລິດຕະພັນຫລາຍປະເພດທີ່ອຸດົມສົມບູນ, ມີຄຸນນະພາບສູງ. ນອກນັ້ນ ທີ່ງານຕະຫລາດນັດ ຍັງດຳເນີນບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳສະແດງສິປະລະອີກດ້ວຍ.
ແຫຼ່ງຄັດຈາກ VOV)