ຂ່າວສານ

ວິສາຫະກິດຂຸດຄົ້ນຕະຫຼາດ ເພື່ອກະຕຸ້ນການບໍລິໂພກອຸປະໂພກຢູ່ພາຍໃນປະເທດ

     ຫວຽດນາມ ພວມຢູ່ໃນວິວັດການເລີ່ມນໍາພື້ນຖານເສດຖະກິດເຄື່ອນໄຫວຄືນໃໝ່ ພາຍຫຼັງໂລກລະບາດ, ນີ້ແມ່ນໂອກາດເພື່ອໃຫ້ບັນດາວິສາຫະກິດຊຸກຍູ້ການຜະລິດດໍາເນີນທຸລະກິດ.
(ພາບປະກອບ: VOV) 
      ພິເສດ, ໃນສະພາບການສົ່ງອອກພວມປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງນັ້ນ ດ້ວຍຂອບຂະໜາດປະຊາກອນເກືອບ 100 ລ້ານຄົນ, ຕະຫຼາດພາຍໃນ ໄດ້ຮັບຖືວ່າແມ່ນຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນເພື່ອໃຫ້ບັນດາວິສາຫະກິດຂຸດຄົ້ນຜ່ານຜ່າຄວາມຫຍຸ້ງຍາກພາຍຫຼັງຄວບຄຸມ ໂລກລະບາດໄດ້.
        ໂດຍແມ່ນໜຶ່ງໃນບັນດາຂະແໜງຜະລິດທີ່ຖືກຜົນສະທ້ອນຢ່າງໜັກໜ່ວງຈາກໂລກລະບາດໂຄວິດ - 19, ເດືອນ ເມສາປີ 2020 ວົງເງິນສົ່ງອອກຂອງຂະແໜງຕໍ່າແຜ່ນຕັດຫຍິບ ໄດ້ຫຼຸດລົງ 20% ເມື່ອທຽບໃສ່ເດືອນມີນາ. ໃນສະພາບການນັ້ນ, ມີວິສາຫະກິດຫຼາຍແຫ່ງໄດ້ຊອກຫາທິດທາງໃໝ່ ດ້ວຍການຍູ້ແຮງການບໍລິໂພກອຸປະໂພກຜະລິດຕະພັນຢູ່ຕະຫຼາດພາຍໃນ. ທ່ານບຸ່ຍດຶກທັ໊ງ, ຫົວໜ້າຫ້ອງການໂຄສະນາສິນຄ້າ ບໍລິສັດໃຫຍ່ຕັດຫຍິບເລກທີ 10 ໃຫ້ຮູ້ວ່າ:
        “ໃນໄລຍະທີ່ພວກຂ້າພະເຈົ້າເປີດປະຕູຄືນໃໝ່ ກໍໄດ້ຮັບສັນຍານທີ່ດີ ນັ້ນແມ່ນ ຜູ້ບໍລິໂພກອຸປະໂພກຮູ້ສຶກດີໃຈທີ່ໄດ້ໄປຊື່ເຄື່ອງຊື້ຂອງຢ່າງສະດວກສະບາຍ. ກ່ອນໜ້ານັ້ນ, ພວກຂ້າພະເຈົ້າໄດ້ກະກຽມຜະລິດຕະພັນ ເພື່ອກະກຽມໃຫ້ວັນເຄື່ອນໄຫວຄືນໃໝ່ ແລະ ຕອບສະໜອງໄດ້ບັນດາຜະລິດຕະພັນແຟຊັນຫ້ອງການຂອງບໍລິສັດຕັດຫຍິບເລກ 10, ໄລ່ຮອດປັດຈຸບັນ, ລາຍຮັບເລີ່ມເພີ່ມຂຶ້ນແລ້ວ, ຄ່ອຍໆກັບຄືນສູ່ເປັນປົກກະຕິ”.

 (ແຫຼ່ງຄັດຈາກ VOV)


top