ຂ່າວສານ

ວັນ​ບຸນ​ວັດ​ທະ​ນະ​ທຳ​ບັນ​ດາ​ເຜົ່າ ຫວຽດ​ນາມ - ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ທີ່​ເປັນ​ມູນ​ເຊື້ອ

ວັນ​ບຸນ​ວັດ​ທະ​ນະ​ທຳ​ບັນ​ດາ​ເຜົ່າ ຫວຽດ​ນາມ (ວັນ​ທີ 19 ເມ​ສາ) ບໍ່​ພຽງ​ແຕ່​ເຊີ​ດ​ຊູເທົ່າ​ນັ້ນ ຫາກ​ຍັງ​ຜູກ​ພັນ, ປັບ​ປຸງ​ກຳ​ລັງ​ແຮງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ອະ​ນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ 54 ຊົນ​ເຜົ່າ. ເນື່ອງ​ໃນ​ໂອ​ກາດ​ນີ້, ມີຫຼາຍ​ກິດ​ຈະ​ກຳ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ໄດ້​ດຳ​ເນີນ​ໃນ​ທົ່ວ​ປະ​ເທດ ຫວຽດ​ນາມ.
  ການວາ​ດ​ພາບ​ຄືນ​ງານ​ບູນ Ok Om Bok (ວັນ​ບຸນ​ໄຫວ້​ພະ​ຈັນ) ຂອງ​ຊາວ​ເຜົ່າ ຂະ​ແມ ຢູ່​ໝູ່​ບ້ານ​ວັດ​ທະ​ນະ​ທຳ - ການ​ທ່ອງ​ທ່ຽວ​ບັນ​ດາ​ເຜົ່າ ຫວຽດ​ນາມ (ພາບ: congluan.vn)  

ຢູ່​ໝ​ູ່​ບ້ານ​ວັດ​ທະ​ນະ​ທຳ - ການ​ທ່ອງ​ທ່ຽວ​ບັນ​ດາ​ເຜົ່າ ຫວຽດ​ນາມ (ຢູ່​ຕາ​ແສງ ດ​ວ່າຍ​ເຟືອງ, ນະ​ຄອນ ຮ່າ​ໂນ້ຍ), ມີ​ນັກ​ສິ​ລະ​ປະ​ການ, ເຈົ້າ​ກົກ​ເຈົ້າ​ເຫຼົ່າ, ນາຍ​ບ້ານ, ຜູ້​ມີ​ອິດ​ທິ​ພົນ​ຊື່​ສ​ຽງ​ກວ່າ 300 ຄົນ ພ້ອມ​ດ້ວຍ​ພໍ່​ແມ່​ພີ່​ນ້ອງ 54 ຊົນ​ເຜົ່າຂອງ ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມ​ບັນ​ດາ​ກິດ​ຈະ​ກຳ​ແນະ​ນຳ, ວາດ​ພາບ​ຄື​ນ​ຈຸດ​ວັດ​ທະ​ນະ​ທຳ​ໃນ​ຊີ​ວິດ​ປະ​ຈຳ​ວັນ, ຮີດ​ຄອງ​ປະ​ເພ​ນີ, ພິ​ທີ​ກຳ, ຊຸດ​ອາ​ພອນ, ບົດ​ເພງວາດ​ຟ້ອນ, ອາ​ຫານ​ການ​ກິນ, ອາ​ຊີບ​ຫັດ​ຖະກຳ ​ການ​ລະຫຼີ້ນ​ພື້ນ​ເມືອງ…,

ກໍ​ໃນ​ໂອ​ກາດ​ນີ້, ຢູ່​ແຂວງ ເງະ​ອານ ແລະ ແຄັງ​ຮ​ວ່າ ໄດ້​ດໍ​າ​ເນີນຫຼາຍ​ກິດ​ຈະ​ກຳ ແນ​ໃສ່​ເຊີດ​ຊູ​ວັນ​ບຸນ​ວັດ​ທະ​ນະ​ທຳ​ບັນ​ດາ​ເຜົ່າ ຫວຽດ​ນາມ.


top