ໃນເດືອນມິຖຸນານີ້, ຢູ່ພະລາຊະວັງ ທັງລອງ ໄດ້ດຳເນີນວັນບຸນການທ່ອງທ່ຽວ ຮ່າໂນ້ຍ, ນີ້ໄດ້ຮັບຖືວ່າແມ່ນເຫດການສົ່ງເສີມການທ່ອງທ່ຽວປະຈຳປີ ເພື່ອແນໃສ່ເຊີດຊູຄວາມງາມທາງດ້ານວັດນະທະທຳ ແລະ ປະຫວັດສາດຂອງນະຄອນຫຼວງ, ໂຄສະນາບັນດາສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງພ້ອມກັບບັນດາເຍື່ອງອາຫານທີ່ອຸດົມສົມບູນຂອງຮ່າໂນ້ຍ. ວັນບຸນໄດ້ສ້າງຄວາມປະທັບໃຈຍາກທີ່ຈະຫຼົງລືມໄດ້ໃຫ້ແກ່ແຂກທ່ອງທ່ຽວເມື່ອມາຢາມນະຄອນຫຼວງແຫ່ງອະລິຍາທຳນັບພັນປີ.
ວັນບຸນການທ່ອງທ່ຽວ ຮ່າໂນ້ຍ 2025 (ພາບ: baomoi.com)
ດ້ວຍຫົວຂໍ້ “ການລົງພຶດຕິກຳຕົວຈິງຢູ່ ຮ່າໂນ້ຍ 2025”, ວັນບຸນພົ້ນເດັ່ນຂຶ້ນດ້ວຍການໝູນໃຊ້ເຕັກໂນໂລຢີ virtual reality (VR - ລະບົບສະເໝືອນຈິງ), ນຳມາເຊິ່ງການລົງພຶດຕິກຳຕົວຈິງທີ່ມີຊີວິດຊີວາກ່ຽວກັບບັນດາມໍລະດົກ. ອາດເວົ້າໄດ້ວ່າ, ນີ້ກໍ່ແມ່ນໂອກາດເພື່ອໃຫ້ແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ ຮູ້ສຶກໄດ້ເຖິງ ຮ່າໂນ້ຍ ທີ່ທັງເປັນມູນເຊື້ອ ທັງທັນສະໄໝ, ສົມກັບເປັນສະຖານທີ່ນັດພົບທີ່ ປອດໄພ - ເປັນມິດ - ມີຄຸນນະພາບ - ດຶງດູດໃຈ.
ພື້ນທີ່ “ສະຖານທີ່ນັດພົບ ຮ່າໂນ້ຍ” ແມ່ນໃຈກາງຂອງວັນບຸນເຊິ່ງ ນຳໃຊ້ເຕັກໂນໂລຢີ VR 360 ແລະ 3D mapping ເພື່ອວາດພາບຄືນບັນດາມໍລະດົກທີ່ມີຊື່ສຽງຄື ພະລາຊະວັງທັງລອງ, ວັນມຽວ ກວັກຕືຢາມ, ໜອງ ຮ່ວານກຽມ ແລະ ຖະໜົນເມືອງເກົ່າ ຮ່າໂນ້ຍ. ແຂກທ່ອງທ່ຽວສາມາດໃສ່ແວນ VR ເພື່ອກ້າວເຂົ້າສູ່ສະຖານທີ່ virtual, ສຳຜັດກັບບັນດາມໍລະດົກ, ຮັບຟັງການແນະນຳແບບອັດຕະໂນມັດ ກ່ຽວກັບປະຫວັດສາດ ແລະ ຄົ້ນຫາບັນດາລາຍລະອຽດຂອງສະຖາບັດຕະຍາກຳທີ່ເກົ່າແກ່. ເຕັກໂນໂລຢີ 3D mapping ໄດ້ຫັນບັນດາມໍລະດົກກາຍເປັນພາບຖ່າຍທີ່ມີຊີວິດຊີວາດ້ວຍແສງສີ ແລະ ຮູບພາບ, ນຳມາເຊິ່ງການລົງພຶດຕິກຳຕົວຈິງທີ່ເປັນໜ້າປະທັບໃຈ. ເອື້ອຍ ເຈິ່ນເຟືອງລິງ ແຂກທ່ອງທ່ຽວມາຈາກ ນິງບິ່ງ ແບ່ງປັນວ່າ:
ນີ້ແມ່ນຄັ້ງທຳອິດທີ່ຂ້າພະເຈົ້າໄດ້ທົດລອງເຕັກໂນໂລຢີນີ້, ຂ້າພະເຈົ້າຮູ້ສຶກມັກເຕັກໂນໂລຢີນີ້ຫຼາຍ ມັນບໍ່ພຽງແຕ່ຊ່ວຍໃຫ້ຂ້າພະເຈົ້າຊອກຮູ້ກ່ຽວກັບບັນດາສະຖານທີ່ທ່ອງທ່ຽວ, ສະຖານທີ່ປະຫວັດສາດເທົ່ານັ້ນ ຫາກຍັງແນະນຳບັນດາຈຸດຄວາມງາມທາງດ້ານວັດທະນະທຳຮີດຄອງປະເພນີ, ສະຖາປັດຕະຍາກຳຂອງ ຮ່າໂນ້ຍ ໃຫ້ແກ່ຂ້າພະເຈົ້າອີກດ້ວຍ. ບໍ່ພຽງແຕ່ມີພາສາ ຫວຽດ, ເຕັກໂນໂລຢີນີ້ຍັງມີຫຼາຍພາສາອື່ນໆອີກ ຊ່ວຍໃຫ້ແຂກທ່ອງທ່ຽວ ຫວຽດນາມ ແລະ ສາກົນ ສາມາດຄົ້ນຫາ ຮ່າໂນ້ຍ ຜ່ານແອັບນີ້.
ອີກຈຸດພົ້ນເດັ່ນໜຶ່ງທີ່ບໍ່ສາມາດພາດໄດ້ໃນວັນບຸນນັ້ນແມ່ນ ສະຖານທີ່ອາຫານການກິນຂອງ ຮ່າໂນ້ຍ ເຊິ່ງແມ່ນສະຖານທີ່ເຕົ້າໂຮມອາຫານການກິນຍອດຍິ່ງແບບດັ້ງເດີມ ແລະ ຍຸກສະໄໝ. ນະທີ່ນີ້, ແຂກທ່ອງທ່ຽວຈະໄດ້ຮັບຊົມບັນດາເຍື່ອງອາຫານທີ່ຕິດພັນກັບນະຄອນຫຼວງຄື: ເຝີ, ເຂົ້າປຸ້ນປູ, ນ້ຳຫວານດອກບົວ, ເຂົ້າໜຽວ ເຂົ້າເໝົ້າ… ຕະຫຼອດຮອດບັນດາເຍື່ອງອາຫານທີ່ພວມໄດ້ຮັບຄວາມນິຍົມຊົມຊອບຈາກໄວໜຸ່ມ. ໄປຄຽງຄູ່ກັນນັ້ນ, ແຂກທ່ອງທ່ຽວຍັງໄດ້ເຂົ້າຮ່ວມບັນດາຮ້ານວາງສະແດງແນະນຳຊຸດອາພອນຫວຽດເດີມ, ບັນດາຮ້ານວາງສະແດງຂອງໝູ່ບ້ານອາຊີບ ທີ່ໄດ້ອອກແບບເປີດ, ປະສົບການໃນແຕ່ລະການລົງພຶດຕິກຳຕົວຈິງແມ່ນເລື່ອງລາວທາງດ້ານວັດທະນະທຳທີ່ມີຊີວິດຊີວາຊ່ວຍແຜ່ກະຈາຍມູນເຊື້ອຕາມຮູບແບບທີ່ໃກ້ຊິດ ແລະ ດຶງດູດໃຈ. ເອື້ອຍ ແທັງຈຸກ, ແຂກທ່ອງທ່ຽວມາຈາກ ໄຊງ່ອນ ແບ່ງປັນວ່າ:
ມື້ນີ້ແມ່ນວັນໄຂວັນບຸນ ດັ່ງນັ້ນ ຂ້າພະເຈົ້າຮູ້ສຶກກະຕືລືລົ້ນມາແຕ່ເຊົ້າ, ພາທັງແມ່ທີ່ຢູ່ພາກໃຕ້ມາຫຼິ້ນ. ຄອບຄົວຂ້າພະເຈົ້າໄດ້ໄປຢາມທຸກຮ້ານວາງສະແດງຢູ່ທີ່ນີ້ຄື ບັນດາໝູ່ບ້ານອາຊີບທີ່ເປັນມູນເຊື້ອ, ບັນດາຮ້ານວາງສະແດງກ່ຽວກັບການທ່ອງທ່ຽວ. ຂ້າພະເຈົ້າມີໂອກາດໄດ້ທົດລອງນຸ່ງບັນດາຊຸດອາພອນ ຫຽດນາມເດີມ. ແລະສິ່ງນັ້ນເຮັດໃຫ້ຂ້າພະເຈົ້າຮູ້ສຶກເອກອ້າງທະນົງໃຈທີ່ສຸດ.
ວັນບຸນຍັງສ້າງເງື່ອນໄຂເຊື່ອມຕໍ່ວິສາຫະກິດການທ່ອງທ່ຽວ, ຊ່ວຍບັນດາບໍລິສັດທ່ອງທ່ຽວ, ໂຮງແຮມແນະນຳຜະລິດຕະພັນ, tour ທ່ອງທ່ຽວໃໝ່, ຊຸກຍູ້ການເຊື່ອມຕໍ່ພັດທະນາການທ່ອງທ່ຽວລະຫວ່າງນະຄອນຫຼວງ ແລະ ບັນດາທ້ອງຖິ່ນພາຍໃນປະເທດ, ສາກົນ. ມີຫຼາຍແຂວງ, ນະຄອນຄື: ຮ່າຢາງ, ບັກກ້ານ, ເຊີນລາ, ຝຸກເຖາະ, ກວ໋າງນິງ, ນິງບິ່ງ, ຫ໋າຍຝ່ອງ, ບັກນິງ… ໄດ້ນຳມາເຊິ່ງບັນດາສະຖານທີ່ທ່ອງທ່ຽວທີ່ດຶງດູດໃຈ, ປະກອບສ່ວນເປີດກວ້າງເຄືອຂ່າຍເຊື່ອມຕໍ່ເຂດ. ທ່ານ ຫງວຽນຕຽນດາດ, ຜູ້ອຳນວຍການບໍລິສັດການທ່ອງທ່ຽວ AZA travel ແບ່ງປັນວ່າ:
ມາວັນບຸນການທ່ອງທ່ຽວ ຮ່າໂນ້ຍ 2025, ທາງບໍລິສັດຂອງພວກຂ້າພະເຈົ້າກໍ່ມີຜະລິດຕະພັນການທ່ອງທ່ຽວແມ່ນ tour ລະດູຮ້ອນ, ໃນນັ້ນມີບັນດາ tour ພາຍໃນ ຮ່າໂນ້ຍ. ຮ່າໂນ້ຍ ຂອງພວກເຮົາງາມຫຼາຍ, ແລະພວກຂ້າພະເຈົ້າຍັງມີບັນດາຮູບແບບການທ່ອງທ່ຽວອື່ນອີກ. ນອກຈາກນັ້ນ ບໍລິສັດຂອງພວກຂ້າພະເຈົ້າຍັງມີບັນດາ tour ພາຍໃນປະເທດເຂດພາກເໜືອ - ພາກກາງ - ພາກໃຕ້, ພົ້ນເດັ່ນແມ່ນບັນດາ tour ທະເລ, ເຊິ່ງແມ່ນການທ່ອງທ່ຽວທີ່ມີຫຼາຍຄົນໄດ້ເລືອກເຟັ້ນເມື່ອລະດູຮ້ອນວຽນມາ.
ບໍ່ພຽງແຕ່ໂຄສະນາມໍລະດົກເທົ່ານັ້ນ ວັນບຸນຍັງຢັ້ງຢືນຖານະບົດບາດຂອງ ນະຄອນຫຼວງໃນການນຳໜ້າໝູນໃຊ້ເຕັກໂນໂລຢີ 4.0 ເຂົ້າການທ່ອງທ່ຽວອີກດ້ວຍ, ໂດຍໄດ້ນຳມາເຊິ່ງການລົງພຶດຕິກຕົວຈິງທີ່ເປັນເອກະລັກສະເພາະ, ອະນຸລັກຮັກສາຄຸນຄ່າວັດທະນະທຳ ແລະ ປຸກລຸກຄວາມເອກອ້າງທະນົງໃຈຂອງປະຊາຊົນກ່ຽວກັບ ຮ່າໂນ້ຍ ແຫ່ງອະລິຍາທຳນັບພັນປີ. ທ່ານ ເຈິ່ນກວັກກວາງ ຮອງຫົວໜ້າພະແນກທ່ອງທ່ຽວ ຮ່າໂນ້ຍ ແບ່ງປັນວ່າ:
ຄະນະຈັດຕັ້ງມີຄວາມຫວັງວ່າ ວັນບຸນຈະແມ່ນສະຖານທີ່ເພື່ອໃຫ້ບັນດາແຂກທ່ອງທ່ຽວອາດສາມາດລົງຕົວຈິງບັນດາຜະລິດຕະພັນ, ສະຖານທີ່ທ່ອງທ່ຽວທີ່ດີທີ່ສຸດຂອງ ຮ່າໂນ້ຍ ເຊິ່ງພຽງແຕ່ມາ ຮ່າໂນ້ຍ ເທົ່ານັ້ນ ບັນດາແຂກທ່ອງທ່ຽວຈຶ່ງຈະຮູ້ສຶກໄດ້, ພວກຂ້າພະເຈົ້າຫວັງວ່າ ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວກະຕຸກຊຸກຍູ້ການທ່ອງທ່ຽວຈຸດສຸມຂອງນະຄອນ ຮ່າໂນ້ຍ ໃນປີ 2025.
ວັນບຸນການທ່ອງທ່ຽວ ຮ່າໂນ້ຍ 2025 ອີກຄັ້ງໜຶ່ງໄດ້ຢັ້ງຢືນການກຳນົດທິດພັດທະນາການທ່ອງທ່ຽວຕິດພັນກັບມໍລະດົກ, ເຕັກໂນໂລຢີ ແລະ ວັດທະນະທຳທ້ອງຖິ່ນ ແມ່ນຍຸດທະສາດທີ່ຖືກຕ້ອງເພື່ອນຳນະຄອນຫຼວງບືນຕົວຂຶ້ນລະດັບພາກພື້ນ ດ້ວຍການລົງພຶດຕິກຳຕົວຈິງທີ່ເປັນແບບສະເພາະ, ເປັນແບບ ຮ່າໂນ້ຍ.