ພິທີເປີດສະຫຼອງນຳໃຊ້ ແລະ ເລີ່ມລົງມືກໍ່ສ້າງ ຈະດຳເນີນໃນຕອນເຊົ້າວັນທີ 19 ສິງຫາ, ຢູ່ສະຖານທີ່ຖ່າຍທອດສົດໃຈກາງ ແມ່ນຢູ່ສູນວາງສະແດງສິນຄ້າແຫ່ງຊາດ (ຕາແສງ ດົງແອັງ, ຮ່າໂນ້ຍ).
ການຖະແຫຼງຂ່າວກ່ຽວກັບພິທີເປີດສະຫຼອງນຳໃຊ້, ເລີ່ມລົງມືກໍ່ສ້າງບັນດາໂຄງການ, ກິດຈະກຳເພື່ອຂໍ່ານັບຮັບຕ້ອນວັນຊາດ ຫວຽດນາມ ທີ 2 ກັນຍາ ຄົບຮອບ 80 ປີ (ພາບ: nhandan.vn)
ໃນການຖະແຫຼງຂ່າວກ່ຽວກັບພິທີເປີດສະຫຼອງນຳໃຊ້, ເລີ່ມລົງມືກໍ່ສ້າງບັນດາໂຄງການ, ກິດຈະກຳເພື່ອຂໍ່ານັບຮັບຕ້ອນວັນຊາດ ຫວຽດນາມ ທີ 2 ກັນຍາ ຄົບຮອບ 80 ປີ, ຕອນບ່າຍວັນທີ 14 ສິງຫາ, ຢູ່ຮ່າໂນ້ຍ, ຜູ້ຕາງໜ້າກະຊວງກໍ່ສ້າງ ຫວຽດນາມ ໃຫ້ຮູ້ວ່າ ມີ 250 ໂຄງການ, ກິດຈະກຳ ມີມູນຄ່າລົງທຶນທັງໝົດ 1,28 ລ້ານ ຕື້ງດົ່ງ (ກວ່າ 48,7 ຕື້ USD). ບັນດາກິດຈະກຳ, ໂຄງການນີ້ ນອນໃນຫຼາຍຂົງເຂດ: ພື້ນຖານໂຄງລ່າງຄົມມະນາຄົມ; ກິດຈະກຳພົນລະເຮືອນ - ຕົວເມືອງ; ກິດຈະກຳອຸດສາຫະກຳ; ພື້ນຖານໂຄງລ່າງເຕັກນິກ; ເຮືອນຢູ່ສັງຄົມ; ກະສິກຳ ແລະ ພັດທະນາຊົນນະບົດ; ວັດທະນະທຳ, ກິລາ; ການສຶກສາ; ການປ້ອງກັນຊາດ ແລະ ສາທາລະນະສຸກ. ໃນນັ້ນ, ມີ 8 ໂຄງການສຳຄັນລະດັບຊາດ. ທ່ານ ເລແອັງຕວັນ ຮອງລັດຖະມົນຕີກະຊວງກໍ່ສ້າງ ຫວຽດນາມ ເນັ້ນໜັກວ່າ:
“250 ໂຄງການດັ່ງກ່າວ ປະກອບສ່ວນ 18% ມູນຄ່າ GDP ໃນປີ 2025, ປະກອບສ່ວນເຂົ້າໃນການເຕີບໂຕຂອງປີ 2025 ແຕ່ 8,3% ຂຶ້ນໄປ ແລະ 20% ໃຫ້ແກ່ຊຸມປີຕໍ່ໄປ. ບັນດາກິດຈະກຳດັ່ງກ່າວໄດ້ນຳໃຊ້ງົບປະມານແຫ່ງລັດ ຈະສ້າງເປັນກອບພື້ນຖານໂຄງລ່າງຍຸດທະສາດເພື່ອນຳພາການລົງທຶນພາກເອກະຊົນ”.
ພິທີເປີດສະຫຼອງນຳໃຊ້ ແລະ ເລີ່ມລົງມືກໍ່ສ້າງ ຈະດຳເນີນໃນຕອນເຊົ້າວັນທີ 19 ສິງຫາ, ຢູ່ສະຖານທີ່ຖ່າຍທອດສົດໃຈກາງ ແມ່ນຢູ່ສູນວາງສະແດງສິນຄ້າແຫ່ງຊາດ (ຕາແສງ ດົງແອັງ, ຮ່າໂນ້ຍ).