ຂ່າວສານ

ວັນ​ທີ 11 ສິງ​ຫາ ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 48 ຂອງ ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ

ຫ້ອງວ່າການສະພາແຫ່ງຊາດໃຫ້ຮູ້ວ່າ ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຈະກ່າວຄຳປາໄສໄຂກອງປະຊຸມ ແລະ ພ້ອມກັບບັນດາຮອງປະທານສະພາແຫ່ງຊາດ ຜັດປ່ຽນກັນບໍລິຫານບັນດາເນື້ອໃນຂອງກອງປະຊຸມ.
ກອງປະຊຸມຄັ້ງທີ 47 ຂອງຄະນະປະຈຳສະພາແຫ່ງຊາດ (ພາບປະກອບ:VOV)

ກອງປະຊຸມຄັ້ງທີ 48 ຂອງຄະນະປະຈຳສະພາແຫ່ງຊາດຈະໄຂຂຶ້ນໃນຕອນເຊົ້າວັນທີ 11 ສິງຫາ ແລະ ດຳເນີນພາຍໃນ 3 ວັນ ຢູ່ຫໍສະພາແຫ່ງຊາດ. ຫ້ອງວ່າການສະພາແຫ່ງຊາດໃຫ້ຮູ້ວ່າ ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຈະກ່າວຄຳປາໄສໄຂກອງປະຊຸມ ແລະ ພ້ອມກັບບັນດາຮອງປະທານສະພາແຫ່ງຊາດ ຜັດປ່ຽນກັນບໍລິຫານບັນດາເນື້ອໃນຂອງກອງປະຊຸມ.

ໃນກອງປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດ ຈະປະກອບຄຳເຫັນໃສ່ການອະພິປາຍ, ຮັບເອົາຄຳເຫັນ, ດັດປັບ, ປະກອບຄຳເຫັນກ່ຽວກັບຮ່າງກົດໝາຍບາງສະບັບ. ຄະນະປະຈຳສະພາແຫ່ງຊາດ ກໍຈະປະກອບຄຳເຫັນໃສ່ຮ່າງມະຕິຂອງສະພາແຫ່ງຊາດ ວ່າດ້ວຍການນຳໃຊ້ງົບປະມານທ້ອງຖິ່ນໜູນຊ່ວຍຄ່າໃຊ້ຈ່າຍໃຫ້ແກ່ບັນດາໂຄງການຂອງກຸ່ມບໍລິສັດ Samsung ທີ່ລົງທຶນຢູ່ ຫວຽດນາມ ອີກດ້ວຍ.


top