ຂ່າວສານ

ວັນບຸນພົບປະແລກປ່ຽນບັນດານັກຂ່າວໜຸ່ມ,ຊາວໜຸ່ມ,ນັກສຶກສາບັນດາແຂວງຕິດກັບເຂດຊາຍແດນຫວຽດນາມ - ກຳປູເຈຍ

      ວັນບຸນພົບປະແລກປ່ຽນບັນດານັກຂ່າວໜຸ່ມ, ຊາວໜຸ່ມ, ນັກສຶກສາບັນດາແຂວງຢູ່ເຂດຊາຍແດນຫວຽດນາມ - ກຳປູເຈຍ ຈະດຳເນີນຢູ່ແຂວງ ໄຕນິງ ແລະ ນະຄອນໂຮ່ຈີມິນ ໃນລະຫວ່າງວັນທີ 05 – 08 ພະຈິກ

(ການປະຊຸມຂ່າວ)
      ໂດຍມີການເຂົ້າຮ່ວມຂອງຜູ້ແທນເຊິ່ງແມ່ນນັກຂ່າວໜຸ່ມ, ຊາວໜຸ່ມ, ນັກສຶກສາຢູ່ບັນດາແຂວງຕິດກັບເຂດຊາຍແດນລະຫວ່າງ 2 ປະເທດຫວຽດນາມ - ກຳປູເຈຍ.
        ວັນບຸນຈະດຳເນີນໄປດ້ວຍບັນດາການເຄື່ອນໄຫວທີ່ມີຄວາມໝາຍຄື: ການປຸກຕົ້ນໄມ້ມິດຕະພາບ, ເປີດສະຫຼອງເດີນຫຼີ້ນ, ຢ້ຽມຊົມຮູບແບບເສດຖະກິດພົ້ນເດັ່ນຂອງບັນດາຊາວໜຸ່ມແຂວງ ໄຕນິງ, ເຂົ້າຮ່ວມການໂອ້ລົມສົນທະນາລະຫວ່າງນັກຂ່າວໜຸ່ມ, ຊາວໜຸ່ມ, ນັກສຶກສາລະຫວ່າງ 2 ປະເທດ….
        ວັນບຸນດັ່ງກ່າວຖືກດຳເນີນໄປເນື່ອງໃນໂອກາດສະເຫຼີມສະຫຼອງ 52 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ ແລະ ກຳປູເຈຍ.
 (ແຫຼ່ງຄັດຈາກ VOV)


top