ຂ່າວສານ

ວັນທີ 22 ພະຈິກ, ສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍສານປະຊາຊົນ (ສະບັບປັບປຸງ)

ສະພາແຫ່ງຊາດເຮັດວຽກຢູ່ຫໍປະຊຸມ, ຮັບຟັງ: ບົດລາຍງານໝາກຜົນການຕ້ອນຮັບພົນລະເມືອງ, ແກ້ໄຂໃບຄຳຮ້ອງ ແລະ ຕິດຕາມກວດກາການແກ້ໄຂການຮ້ອງທຸກ, ຮ້ອງຟ້ອງຂອງພົນລະເມືອງ
  ກອງປະຊຸມສະໄໝສາມັນເທື່ອທີ 6 (ພາບປະກອບ: TTXVN)  

ໂດຍສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ຕອນເຊົ້າວັນທີ 22 ພະຈິກ, ສະພາແຫ່ງຊາດເຮັດວຽກຢູ່ຫໍປະຊຸມ, ຮັບຟັງ: ບົດລາຍງານໝາກຜົນການຕ້ອນຮັບພົນລະເມືອງ, ແກ້ໄຂໃບຄຳຮ້ອງ ແລະ ຕິດຕາມກວດກາການແກ້ໄຂການຮ້ອງທຸກ, ຮ້ອງຟ້ອງຂອງພົນລະເມືອງທີ່ສົ່ງມາຍັງສະພາແຫ່ງຊາດປີ 2023; ບົດລາຍງານ ແລະ ບົດລາຍງານກວດກາວຽກງານຕ້ອນຮັບພົນລະເມືອງ, ແກ້ໄຂໃບຮ້ອງທຸກ, ຮ້ອງຟ້ອງຂອງພົນລະເມືອງໃນປີ 2023. ຖັດຈາກນັ້ນ, ສະພາແຫ່ງຊາດໄດ້ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບໝາກຜົນການຕ້ອນຮັບພົນລະເມືອງ, ແກ້ໄຂໃບຄຳຮ້ອງ ແລະ ຕິດຕາມກວດກາການແກ້ໄຂໃບຮ້ອງທຸກ, ຮ້ອງຟ້ອງຂອງພົນລະເມືອງໃນປີ 2023.

ຕອນບ່າຍວັນດຽວກັນ, ສະພາແຫ່ງຊາດໄດ້ລົງມະຕິຮັບຮອງເອົາການດັດປັບລາຍການກອງປະຊຸມເທື່ອທີ 6, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV; ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບຮ່າງກົດໝາຍວ່າດ້ວຍສານປະຊາຊົນ (ສະບັບປັບປຸງ).


top