ພາຍໃຕ້ການນຳພາຂອງພັກ, ທົ່ວປວງຊົນ, ທົ່ວກອງທັບ ຫວຽດນາມ ໄດ້້ສ້າງໄຊຊະນະການປະຕິວັດເດືອນສິງຫາ 1945 ທີ່ຍິ່ງໃຫຍ່.
ວັນທີ 03 ກຸມພາ 2025, ສະເຫຼີມສະຫຼອງ 95 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ. ເນື່ອງໃນໂອກາດນີ້, ມີໜັງສືພິມໃຫຍ່ຫຼາຍສະບັບຢູ່ ຫວຽດນາມ ໄດ້ລົງບົດຂຽນຢືນຢັນບົດບາດຢ່າງໃຫຍ່ຫຼວງຂອງພັກກອມມູນິດ ຫວຽດນາມ ໃນວິວັດການສ້າງສາ, ພັດທະນາປະເທດຊາດ.
ໜັງສືພິມກອງທັບປະຊາຊົນ ຫວຽດນາມ ມີບົດນຳ ດ້ວຍຫົວຂໍ້ວ່າ, 95 ປີລະດູບານໃໝ່ທີ່ມີພັກ. ບົດນຳເນັ້ນໜັກວ່າ, ພາຍໃຕ້ການນຳພາຂອງພັກ, ທົ່ວປວງຊົນ, ທົ່ວກອງທັບ ຫວຽດນາມ ໄດ້້ສ້າງໄຊຊະນະການປະຕິວັດເດືອນສິງຫາ 1945 ທີ່ຍິ່ງໃຫຍ່, ສ້າງປະເທດສາທາລະນະລັດປະຊາທິປະໄຕ ຫວຽດນາມ; ໄຊຊະນະຂອງພາລະກິດແຫ່ງການປ່ຽນແປງໃໝ່, ສ້າງທ່ວງທ່າ ແລະ ກຳລັງແຮງຢ່າງເຂັ້ມແຂງໃຫ້ແກ່ປະເທດຊາດ ກ້າວເຂົ້າສູ່ສັງກາດໃໝ່, ສັງກາດບຸກບືນຂອງຊາດ.
ໜັງສືພິມ ຮ່າໂນ້ຍ ມີບົດຂຽນດ້ວຍຫົວຂໍ້ວ່າ, ພັກ ນຳຊາດ ຫວຽດນາມ ກ້າວເຂົ້າສູ່ອະນາຄົດທີ່ໃສແຈ້ງ. ບົດຂຽນຢືນຢັນວ່າ, ນັບແຕ່ເມື່ອສ້າງຕັ້ງມາຮອດປະຈຸບັນ, ພັກ ຫວຽດນາມ ຍາມໃດກໍ່ມີການຕັດສິນມີລະດັບຈິນຕະນາການພາທາງ ເພື່ອນຳການປະຕິວັດ ຫວຽດນາມ ກ້າວໄປຢ່າງບໍ່ຢຸດຢັ້ງ, ນຳໜ້າໃນການປະຕິວັດໂລກ, ນຳຊາດ ຫວຽດນາມ ກ້າວເຂົ້າສູ່ອະນາຄົດອັນສົດໃສ.