ລ໋າເມີຍ ຟາມ (La May Farm), ສວນນິເວດວິທະຍາ ທີ່ຕັ້ງຢູ່ທ່າມ ກາງ ພູເຂົາ, ແມ່ນ ສິ່ງຢືນຢັນ ເຖິງປັດຊະຍາການປູກ “ສະອາດ-ດີ” ຢ່າງ ຍືນຍົງ. ທີ່ນີ້, ພືດສະ ໝຸນໄພ ລ້ຳຄ່າຕ່າງໆ ໄດ້ຂະຫຍາຍໂຕ ຢ່າງ ອິດສະຫຼະ, ສ້າງເປັນ ລະບົບນິເວດ ທີ່ຫຼາກຫຼາຍ ແລະ ສົມດຸນ, ວາງ ພື້ນຖານໃຫ້ ແກ່ຜະລິດຕະພັນ ທີ່ມີຄຸນນະພາບ, ເພື່ອສຸຂະພາບ ຂອງ ຊຸມຊົນ.
ລ໋າເມີຍ ຟາມ (La May Farm), ສວນນິເວດວິທະຍາ ທີ່ຕັ້ງຢູ່ທ່າມ ກາງ ພູເຂົາ, ແມ່ນ ສິ່ງຢືນຢັນ ເຖິງປັດຊະຍາການປູກ “ສະອາດ-ດີ” ຢ່າງ ຍືນຍົງ. ທີ່ນີ້, ພືດສະ ໝຸນໄພ ລ້ຳຄ່າຕ່າງໆ ໄດ້ຂະຫຍາຍໂຕ ຢ່າງ ອິດສະຫຼະ, ສ້າງເປັນ ລະບົບນິເວດ ທີ່ຫຼາກຫຼາຍ ແລະ ສົມດຸນ, ວາງ ພື້ນຖານໃຫ້ ແກ່ຜະລິດຕະພັນ ທີ່ມີຄຸນນະພາບ, ເພື່ອສຸຂະພາບ ຂອງ ຊຸມຊົນ.ລ໋າເມີຍ ຟາມ - ສວນທີ່ຕັ້ງຢູ່ກາງພູເຂົາ ເຊິ່ງມີພືດສະໝຸນໄພ ລ້ຳຄ່າ ຫຼາຍຊະນິດ.
ຮູບແບບ “ສວນປ່ານິເວດວິທະຍາ” ທີ່ເປັນເອກະລັກນີ້ ສ້າງລະບົບນິ ເວດ ທີ່ຫຼາກຫຼາຍ ແລະ ສົມດຸນ.
ຄຳວ່າ “ສະອາດ” ຢູ່ ລ໋າເມີຍ ຟາມ ບໍ່ພຽງແຕ່ໝາຍເຖິງການບໍ່ ໃຊ້ສານ ເຄມີ ເທົ່ານັ້ນ, ແຕ່ຍັງລວມເຖິງຂະບວນການປູກ ທີ່ພິຖີພິຖັນ ແລະ ເຂົ້າ ໃຈ ທຳມະຊາດ. ດິນໄດ້ຖືກບຳລຸງ ດ້ວຍວິທີການປູກ ແບບອິນຊີ, ບໍ່ໃຊ້ ຝຸ່ນ ເຄມີ ຫຼື ຢາປາບສັດຕູພືດ. ລ໋າເມີຍ ຟາມ ເຊື່ອໃນພະລັງງານ ການ ຟື້ນຕົວ ຂອງ ລະບົບນິເວດ, ໃຊ້ວິທີການຊີວະພາບ ຄວບຄຸມ ສັດຕູພືດ ແລະ ນຳໃຊ້ແຫຼ່ງຝຸ່ນ ອິນຊີ ທີ່ບົ່ມເອງຈາກຜະລິດຕະພັນ ຂອງ ສວນ. ໂດຍສະເພາະ, ລ໋າ ເມີຍຟາມ ຖືສຳຄັນການປົກປັກຮັກສາ ພັນພືດພື້ນ ເມືອງທີ່ຫາຍາກ, ປະຕິເສດ ພັນພືດດັດແປງ ພັນທຸກຳ.
ຄຳວ່າ “ດີ” ສະແດງອອກເຖິງຄວາມປອດໄພຢ່າງສູງສຸດ ຂອງ ຜະລິດ ຕະພັນ ແລະ ຄວາມຕັ້ງໃຈ ຂອງ ຜູ້ສ້າງສັນ. ທຸກຂັ້ນຕອນ, ຕັ້ງແຕ່ການ ເລືອກ ວັດຖຸດິບ ໄປຈົນເຖິງຂະບວນການຜະລິດ, ລ້ວນແຕ່ຖືກ ປະຕິ ບັດ ຢ່າງລະອຽດ ແລະ ຕັ້ງໃຈ.
ລ໋າເມີຍ ຟາມ ນຳໃຊ້ຄວາມຮູ້ຈາກການແພດແຜນບູຮານ ເຂົ້າໃນການ ຄົ້ນຄວ້າ ແລະ ພັດທະນາສູດຜະລິດຕະພັນຕ່າງໆ.
ລ໋າເມີຍ ຟາມ ສະແດງໃຫ້ເຫັນເລື່ອງລາວຂອງ ຄວາມອົດ ທົນໃນ ການ ສະແຫວງຫາຄຸນຄ່າທີ່ຍືນຍົງ ແລະ ຄວາມປາດຖະໜາ ທີ່ຈະນຳມາ ເຊິ່ງ ຊີວິດ ທີ່ສະຫງົບສຸກໃຫ້ແກ່ຊຸມຊົນ.
ນັບຕັ້ງແຕ່ປີ 2025, ເພື່ອຕອບສະໜອງຄວາມຕ້ອງການທີ່ເພີ່ມຂຶ້ນ ຂອງ ຜູ້ບໍລິໂພກ, ລ໋າເມີຍ ຟາມ ໄດ້ຂະຫຍາຍພື້ນທີ່ປູກ ອິນຊີ ໂດຍ ຜ່ານການຮ່ວມ ມືກັບບໍລິສັດ ແທງຕຸ່ງ NB ຈໍາກັດ, ເຊິ່ງເປັນເຈົ້າຂອງ ພື້ນທີ່ປູກ 13 ເຮັກຕາ ທີ່ໄດ້ມາດຕະຖານ ອິນຊີ ແລະ ໂຮງງານຜະລິດ ທີ່ໄດ້ມາດຕະຖານສົ່ງອອກ ISO 22000. ພື້ນທີ່ປູກ ໃໝ່ນີ້ ຕັ້ງຢູ່ ແຄມ ປ່າດົງດິບ ກຸກເຟືອງ (ນິງບິ່ງ), ເຊິ່ງມີອາກາດບໍລິສຸດ, ດິນທີ່ ເໝາະສົມ ກັບການປູກ ແບບທຳມະຊາດ, ຮັບປະກັນເງື່ອນໄຂ “ສະອາດ-ດີ” ຂອງ ລ໋າເມີຍ ຟາມ.
ໂດຍອີງໃສ່ແຫຼ່ງວັດຖຸດິບ “ສະອາດ-ດີ”, ລ໋າເມີຍຟາມ ໄດ້ນຳໃຊ້ຄວາມ ຮູ້ ທາງການແພດ ແຜນບູຮານ ເພື່ອຄົ້ນຄວ້າ ແລະ ພັດທະນາຜະລິດ ຕະພັນ. ບັນດາສະໝຸນໄພ ຢາພື້ນເມືອງ, ວິທີການດູແລສຸຂະພາບແບບ ດັ້ງເດີມ ໄດ້ຖືກຄັດເລືອກ ຢ່າງພິຖີພິຖັນ, ປະສົມປະສານ ກັບວິທະຍາ ສາດ ແລະ ສະໝຸນໄພ ລ້ຳຄ່າຈາກ ສວນປ່າ, ສ້າງເປັນຜະລິດຕະພັນ ທີ່ບໍ່ພຽງແຕ່ດີຕໍ່ສຸຂະພາບ ເທົ່ານັ້ນ, ແຕ່ຍັງບໍາລຸງທາງດ້ານຈິດໃຈ ນໍາ ອີກ.
ລ໋າເມີຍ ຟາມ ມີກຸ່ມຜະລິດຕະພັນ ທີ່ຫຼາກຫຼາຍ ແລະ ເປັນເອກະລັກ.
ບາງ ຜະລິດຕະພັນ ດີເດັ່ນ ຂອງ ລ໋າເມີຍ ຟາມ.
ຜະລິດຕະພັນ ຂອງ ລ໋າເມີຍ ຟາມ ມີຄວາມຫຼາກຫຼາຍ ແລະ ເປັນ ເອກະລັກ, ຕັ້ງແຕ່ສະໝຸນໄພສົດ ໄປຈົນເຖິງຜະລິດຕະພັນ ທີ່ປຸງແຕ່ງ ດ້ວຍມືເຊັ່ນ: ຂີ້ໝິ້ນດຳນ້ຳເຜິ້ງ, ສະບູສະໝຸນໄພ, ລິບປາມ ທຳມະຊາດ, ຂີງເກືອນ້ຳເຜິ້ງ, ຂີ້ໝິ້ນນ້ຳເຜິ້ງ ເກສອນດອກໄມ້, ຄຣີມ ກັນຍຸງ ທີ່ປອດ ໄພ, ຊາຂີງ ແລະ ໂສມແດງນ້ຳເຜິ້ງຂີງ... ແຕ່ລະຜະລິດຕະພັນ ລ້ວນ ແຕ່ ບັນຈຸຄວາມບໍລິສຸດ ຂອງ ທຳມະຊາດ ແລະ ຄວາມຕັ້ງໃຈ ຂອງ ຜູ້ ຜະລິດ.
ໂດຍສະເພາະ, ຫຼັກການ “ບໍລິສຸດ” ຖືກ ລ໋າເມີຍຟາມ ໃຫ້ຄວາມສຳຄັນ ເປັນອັນດັບຕົ້ນໆ. ຜະລິດຕະພັນ ທີ່ປຸງແຕ່ງຈາກວັດຖຸດິບ, ບໍ່ມີການ ກັ່ນຕອງ, ບໍ່ມີການສະກັດ, ບໍ່ໃຊ້ສານ ເສີມ, ສານປຸງລົດຊາດ ຫຼື ສານ ກັນບູດ, ຮັກສາຄຸນຄ່າ ທາງໂພຊະນາການ ແລະ ລົດຊາດທຳມະຊາດ ໄວ້ຢ່າງຄົບຖ້ວນ.
ລ໋າເມີຍ ຟາມ ບໍ່ພຽງແຕ່ເປັນຍີ່ຫໍ້ຜະລິດຕະພັນ ກະສິກຳເທົ່ານັ້ນ, ແຕ່ ຍັງເປັນ ເລື່ອງລາວ ຂອງ ຄວາມອົດທົນ ໃນການສະແຫວງຫາ ຄຸນຄ່າທີ່ ຍືນຍົງ, ຄວາມຮັກທຳມະຊາດ ແລະ ຄວາມປາດຖະໜາ ທີ່ ຈະນຳມາ ເຊິ່ງຊີວິດ ທີ່ສະຫງົບສຸກ ອີກດ້ວຍ.
ລ໋າເມີຍ ຟາມ ຍັງເປັນບ່ອນຝຶກງານ ຂອງ ໂຮງຮຽນ Maya School (Maya Farm School).
ປັດຈຸບັນ, ລ໋າເມີຍ ຟາມ ຍັງເປັນບ່ອນ ຝຶກງານ ຂອງ ໂຮງຮຽນ Maya School (Maya Farm School), ນຳມາເຊິ່ງພື້ນທີ່ການ ສຶກສາ ຕົວຈິງ, ເຊິ່ງນັກຮຽນເຂົ້າຮ່ວມກິດຈະກຳ ກະສິກຳ, ສັງເກດຄວາມມະຫັດ ສະ ຈັນ ຂອງ ທຳມະຊາດ ແລະ ເຂົ້າໃຈຫຼາຍຂຶ້ນກ່ຽວກັບ ຄວາມສຳພັນທີ່ ໃກ້ຊິດ ລະຫວ່າງມະນຸດ ກັບສິ່ງແວດລ້ອມ. ດັ່ງນັ້ນ, ນອກຈາກ ຈະສະ ໜອງອາຫານ ທີ່ສະອາດ ແລະ ດີແລ້ວ, ລ໋າເມີຍ ຟາມ ຍັງຊ່ວຍ ປູກຝັງ ໃຫ້ຄົນຮຸ່ນໃໝ່ ທີ່ຮັກສິ່ງແວດລ້ອມ, ມີສະຕິ ໃນການປົກປັກຮັກສາສິ່ງ ແວດລ້ອມ ແລະ ເຫັນຄຸນຄ່າ ຂອງ ທຳມະຊາດ.
ທ່າມກາງຈັງຫວະຊີວິດ ທີ່ທັນສະໄໝ ໃນປັດຈຸບັນ, ລ໋າເມີຍ ຟາມ ປຽບ ເໝືອນໂນດເພງ ທີ່ເບົາໆ ທ່ີເຕືອນໃຈ ເຖິງຄວາມສຳຄັນ ຂອງ ການດຳ ລົງຊີວິດ ທີ່ກົມກຽວກັບ ທຳມະຊາດ ແລະ ເຫັນຄຸນຄ່າ ສິ່ງທີ່ທໍາມະຊາດ ມອບໃຫ້. ບໍ່ພຽງແຕ່ສ້າງພື້ນທີ່ກະສິກຳ ທີ່ບໍລິສຸດເທົ່ານັ້ນ, ລ໋າເມີຍຟາມ ຍັງມີພາລະກິດໃນ ການເຜີຍແຜ່ຄຸນຄ່າ “ສະອາດຈາກໃຈ, ດີຈາກດິນ”, ສ້າງຊີວິດທີ່ສະຫງົບສຸກ ແລະ ຍືນຍົງ.
ບົດ: ຖາວວີ/VNP - ພາບ: ລ໋າເມີຍ ຟາມ - ແປໂດຍ: ຢືຟຽນ