ເສດຖະກິດ

ລ້ຽງປາຢູ່ກາງໜອງ

ໃນຊຸມປີມໍ່ໆນີ້, ອາຊີບລ້ຽງສິນໃນນ້ຳ ຢູ່ເຂດໜອງນ້ຳຖາກບ່າ, ເມືອງອຽນບີ່ງ, ແຂວງ ອຽນບ໋າຍ ໄດ້ມີການພັດທະນາ ຢ່າງ ແຂງແຮງພໍຄວນ. ການພິສູດທີ່ສາມາດເຫັນແຈ້ງທີ່ສຸດ ນັ້ນແມ່ນ ຕົວເລກ ສິນໃນນ້ຳເກືອບ 2000 ໂຕນ ທີ່ໄດ້ຮັບການຂຸດຄົ້ນ ຈາກເຂດໜອງນີ້ ໃນປີຜ່ານມາ.
 
ໜອງນ້ຳ ຖາກບ່າໄດ້ເປັນໜຶ່ງໃນໜອງນ້ຳທຽມ ສາມແຫ່ງທີ່ ໃຫຍ່ ທີ່ສຸດຫວຽດນາມ. ນີ້ເປັນບ່ອນຕັ້ງ ໂຮງງານໄຟຟ້ານ້ຳຕົກ ແຫ່ງທຳອິດ ຂອງ ຫວຽດນາມ ແລະ ກໍເຄີຍເປັນໂຮງງານໄຟຟ້ານ້ຳຕົກ ທີ່ມີຂະໜາດ ໃຫຍ່ທີ່ສຸດຫວຽດນາມ, ນັ້ນແມ່ນໂຮງງານ ໄຟຟ້າ ນຳ້ຕົກ ຖາກບ່າ. ນອກຈາກມີຄຸນຄ່າດ້ານໄຟຟ້ານ້ຳຕົກແລ້ວ, ໜອງນ້ຳຖາກບ່າກໍຍັງມີ ທ່າດີຢ່າງໃຫຍ່ຫຼວງ ໃນການລ້ຽງສິນໃນນ້ຳ, ຊ່ວຍໃຫ້ປະຊາຊົນບືນຕົວຂຶ້ນ ຫຼຸດພົ້ນອອກຈາກ ຄວາມທຸກຍາກ ແລະ ພັດທະນາເສດຖະກິດຄອບຄົວ ຕາມທິດໝັ້ນຄົງຍາວນານ.
ພວກຂ້າພະເຈົ້າຕິດຕາມນຳຄະນະປະຕິບັດງານ ຂອງເມືອງອຽນບີ່ງ ລົງໄປຢ້ຽມຢາມ ຮູບແບບປູກລ້ຽງສິນໃນນ້ຳຂອງປະຊາຊົນ ຢູ່ເຂດ ກາງ ໜອງນ້ຳຖາກບ່າ. ທ່ານ ຫຼາຕ໋ວນຮືງ, ຫົວໜ້າຫ້ອງການກະສິກຳ ແລະ ພັດທະນາຊົນນະບົດ ໄດ້ໃຫ້ຮູ້ວ່າ, ຫຼັງຈາກ ໜອງນ້ຳ ຖາກບ່າ ໄດ້ຮັບ ການຕີລາຄາວ່າ ເປັນແຫ່ງທີ່ມີສິ່ງແວດລ້ອມ ເໝາະສົມກັບການປູກລ້ຽງ ສິນໃນນ້ຳ, ອຳນາດການປົກຄອງເມືອງ ໄດ້ຜັນຂະຫຍາຍໂຄງການ ຊ່ວຍໜູນ ການປູກລ້ຽງສິນໃນນ້ຳໂດຍທັນທີ ຕາມການຕົກລົງຂອງ ຄະນະກຳມະການປະຊາຊົນແຂວງອຽນບ໋າຍ. ຕາມນັ້ນ, ການຊ່ວຍໜູນ ໃນ ເບື້ອງຕົ້ນແມ່ນ 40 ກະຊັງ, ຫຼັງຈາກນັ້ນແມ່ນຕື່ມອີກ 50 ກະຊັງ ດ້ວຍມູນຄ່າຊ່ວຍໜູນແມ່ນ 3 ລ້ານດົ່ງຕໍ່ກະຊັງ. ມາຮອດປັດຈຸບັນນີ້, ທົ່ວ ເຂດໜອງນ້ຳຖາກບ່າ ທີ່ຂຶ້ນກັບເມືອງອຽນບີ່ງ ໄດ້ມີ ກວ່າ 400 ກະຊັງລ້ຽງປາແລ້ວ, ໃນນັ້ນ ເຕົ້າໂຮມ ຫຼາຍກວ່າໝູ່ ແມ່ນຢູ່ບໍລິເວນ        ເທດສະບານ ຖາກບ່າ ກັບຈຳນວນກວ່າ 100 ກະຊັງ. 
 

ສະຖານທີ່ລ້ຽງປາກະຊັງ ແຫ່ງໜຶ່ງຢູ່ເຂດໜອງຖາກບ່າ.

ແພລ້ຽງປາກະຊັງແຫ່ງໜຶ່ງ ຂອງປະຊາຊົນ ຢູ່ເຂດໜອງຖາກບ່າ.

ການລ້ຽງປາໜັງ ຢູ່່ໃນເຂດໜອງຖາກບ່າ ໄດ້ຮັບການລົງທຶນ ດ້ວຍຂອບຂະໜາດໃຫຍ່ ແລະ ມີພາຫະນະອຸປະກອນ ຢ່າງຄົບຊຸດ.

ອ່າງລ້ຽງປາໜັງພັນ ໄດ້ຮັບການອອກແບບ ແລະ ກໍ່ສ້າງຢ່າງໝັ້ນຄົງ.

ກະຊັງປາໄດ້ຮັບການອະນາໄມເປັນປະຈຳ.
ພວກຂ້າພະເຈົ້າໄດ້ມາຢ້ຽມຢາມ ຮູບແບບປູກລ້ຽງສິນໃນນ້ຳ ຂອງຄອບຄົວນາງ ຫງວຽນທິງາ. ນີ້ແມ່ນຄອບຄົວ ປູກລ້ຽງສິນໃນນ້ຳ ທີ່ມີຂະໜາດ ໃຫຍ່ທີ່ສຸດໃນເທດສະບານ ດ້ວຍ 120 ກະຊັງ ເທິງເນື້ອທີ່ ໜ້ານ້ຳ 541 ເຮັກຕາ. ນາງ ຮົ່ງ, ພະນັກງານຫ້ອງການ ກະສິກຳ ແລະ ພັດທະນາ ຊົນນະບົດ ເມືອງອຽນບີ່ງ ໄດ້ໃຫ້ຮູ້ວ່າ: “ນັບແຕ່ເມື່ອ ທາງເມືອງກຳນົດ ວຽກງານປູກລ້ຽງສິນໃນນ້ຳ ຢູ່ເຂດໜອງນ້ຳຖາກບ່າເປັນທິດທາງ  ພັດທະນາ ໃຫ້ແກ່ປະຊາຊົນແລ້ວ, ບັນດາພະນັກງານຫ້ອງການ ກະສິກຳ ແລະ ພັດທະນາຊົນນະບົດຄື ພວກຂ້າພະເຈົ້າ ລ້ວນແຕ່ຕ້ອງໄປ ກວດກາຕາມເວລາກຳນົດ ບໍລິເວນຕ່າງໆ ທີ່ໄດ້ແບ່ງເຂດ ສຳລັບການປູກລ້ຽງສິນໃນນ້ຳ ເພື່ອໃຫ້ຄຳປຶກສາ ແລະ ກວດກາ ກ່ຽວກັບເຕັກນິກ ປູກລ້ຽງສິນໃນນ້ຳ ຂອງປະຊາຊົນ ແນໃສ່ຮັບປະກັນ ປະສິດທິຜົນ ແຕ່ຍັງຄົງຮັກສາໄວ້ໄດ້ເຊິ່ງ ລະບົບຊີວະພາບຢຢູ່ເຂດໜອງນ້ຳຖາກບ່າ”.
ບັນດາປະເພດສິນໃນນ້ຳ ຢູ່ທີ່ນີ້ ແມ່ນຫຼາກຫຼາຍຊະນິດ ເປັນຕົ້ນແມ່ນ ປາເຂັງ, ປາກິນຫຍ້າ, Hemibagrus nemurus, siluridae, bagarius… ແລະ ທັງໝົດລ້ວນແຕ່ໄດ້ຮັບການປູກລ້ຽງຢູ່ລະດັບເລິກ 12-20 ແມັດ ລົງໃຕ້ນ້ຳ . ອາຫານຕົ້ນຕໍຂອງພວກມັນ ແມ່ນຮຳ ແລະ ປາຂະໜາດນ້ອຍທຸກຊະນິດ. ມີພຽງປະເພດປາກິນຫຍ້າ ກິນພຽງແຕ່ຫຍ້າ ແລະ ໃບມັນຕົ້ນເທົ່ານັ້ນ. ດ້ວຍເຫດນັ້ນ, ບັນດາຄອບຄົວຢູ່ ແຫ່ງນີ້ ໄດ້ລ້ຽງປາກິນຫຍ້າເປັນຕົ້ນຕໍ ຍ້ອນ ການລ້ຽງເກືອງ່າຍ, ລົງທຶນບໍ່ຫຼາຍ ແຕ່ບັນລຸໄດ້ປະສິດທິຜົນດ້ານເສດຖະກິດສູງ.
ອ້າຍຈ໋ຽນ, ຮອງປະທານຕາແສງ ຫວີງກຽນ ໄດ້ເລົ່າສູ່ພວກຂ້າພະເຈົ້າຟັງວ່າ, ແຕ່ຊຸມປີຫຼັງປົດປ່ອຍ (ປີ 1975, ບາງຄັ້ງຄາວ ປະຊາຊົນ ຈັບຫາໄດ້ປາທຳມະຊາດເຖິງ 40 ໂຕນ ຂຶ້ນມາ ຈາກໜອງແຫ່ງນີ້. ໃນຄາວນັ້ນ, ປາ ລອຍແຄມໜອງເປັນໝູ່ເປັນຝູງ, ບາງໂຕມີນ້ຳໜັກເຖິງ 9-10 ກິໂລ”.
ດ້ວຍຈິດໃຈກ້າຄິດ ກ້າທຳ ຂອງ ປະຊາຊົນ ຢູ່ເຂດໜອງຖາກບ່າ ໄດ້ນຳມາຊຶ່ງ ຜົນສຳເລັດ ໃນເບື້ອງຕົ້ນ ພ້ອມກັບກ້ອນກຳໄລຂຶ້ນເຖິງ ສອງສາມ ຮ້ອຍລ້ານດົ່ງຕໍ່ລະດູເກັບກູ້ປາ. ດ້ວຍຜົນກຳໄລດັ່ງກ່າວ, ທາງບໍລິສັດກໍໄດ້ລົງທຶນຕື່ມອີກເພື່ອເປີດກວ້າງຂອບຂະໜາດປູກລ້ຽງສິນທະເລ ໃຫ້ ໃຫຍ່ຂຶ້ນກວ່າເກົ່າ.
ປະຈຸບັນ, ຖ້າຫາກວ່າມີໂອກາດມາຢ້ຽມຢາມໜອງຖາກບ່າ, ແນ່ນອນວ່າ, ເພື່ອນອາດຈະຕົກສະເງີ້ ຕໍ່ຂອບຂະໜາດ ອັນໃຫຍ່ໂຕຂອງຮູບແບບ ປູກລ້ຽງສິນໃນນ້ຳຢູ່ແຫ່ງນີ້. ມີບາງເຂດໄດ້ເປີດກວ້າງເຖິງຂະໜາດຜະລິດເປັນສິນຄ້າ ຊຶ່ງພົ້ນເດັ່ນຂຶ້ນແມ່ນ ເຂດລ້ຽງປາໜັງ ຂອງບໍລິສັດ ປາໜັງ ເຟືອງບັກ(ທິດເໜືອ).
ເຂດລ້ຽງປາໜັງຂອງບໍລິສັດປາໜັງເຟືອງບັກ ມີກະຊັງລ້ຽງປາ ທັງໝົດ 60 ກະຊັງ, ແຕ່ລະກະຊັງມີເສັ້ນຜ່າກາງ 13 ແມັດ, ຄ່າຕິດຕັ້ງແມ່ນ 100 ລ້ານດົ່ງຕໍ່ກະຊັງ ແລະ ແຕ່ລະກະຊັງ ສາມາດບັນຈຸໄດ້ ແຕ່ 2000-3000 ໂຕ.
ອ້າຍບີ່ນ, ຜູ້ຮັບຜິດຊອບການລ້ຽງປາຂອງບໍລິສັດໄດ້ໃຫ້ຮູ້ວ່າ: “ປາໜັງເປັນປະເພດປາເຄີຍໃຊ້ຊີວິດຢູ່ນ້ຳເຢັນ, ດັ່ງນັ້ນ ພວກຂ້າພະເຈົ້າ ຕ້ອງ ລ້ຽງປາຢູ່ລະດັບຄວາມເລິກ ແຕ່ 25-27 ແມັດ. ເສຍດາຍຫຼາຍ, ຖ້າຫາກວ່າ ນັກຂ່າວມາແຫ່ງນີ້ ປະມານ 1-2 ເດືອນກ່ອນ, ພວກ ຂ້າພະເຈົ້າຈະໃຫ້ເບິ່ງ ປາພໍ່ພັນ, ແມ່ພັນ ມີນ້ຳໜັກ ເຖິງ 40-50 ກິໂລກຣາມ”.
ອ້າຍບີ່ນກໍໃຫ້ຮູ້ຕື່ມອີກວ່າ, ແນວພັນປາໜັງ ໄດ້ຮັບການນຳເຂົ້າ ມາຈາກປະເທດລັດເຊຍ ເປັນຕົ້ນຕໍ ດ້ວຍລາຄາສູງ ປະມານ 15.000 ໂດລາສະຫະລັດຕໍ່ ໄຂ່ໜຶ່ງ ກິໂລກຣາມ. ກ່ອນໜ້ານີ້, ບໍລິສັດ ຕ້ອງນຳເຂົ້າແຫຼ່ງແນວພັນທັງ 100%, ເສຍເງິນລົງທຶນ ເປັນ ຈຳນວນ ຫຼວງຫຼາຍ. ນັບແຕ່ເມື່ອມີສະຖານທີ່ປູກລ້ຽງ ແນວພັນ ປາ ແລ້ວ, ຈຳນວນໄຂ່ປານຳເຂົ້າກໍຫຼຸດລົງຫຼາຍ. ແນວພັນປາມີລາຄາ 60.000 ດົ່ງ ຕໍ່ໜຶ່ງໂຕ. ປະມານຕົ້ນເດືອນ 4, ເດືອນ 5 ແມ່ນ ຊ່ວງເວລາປ່ຽນອາກາດ ແຕ່ໜາວເປັນຮ້ອນ ກໍແມ່ນຮອດຍາມ ເກັບກູ້ປາ. ສ່ວນ ລະດູໜາວ ແມ່ນສຸດທີ່ເໝາະສົມ ກັບການ ເຕີບໃຫຍ່ຂະຫຍາຍຕົວຂອງປາ.

ປາໄດ້ໃຫ້ກິນມື້ໜຶ່ງ ສອງຄາບ.

ກຳມະກອນຂອງບໍລິສັດປາໜັງເຟືອງບັກໃຫ້ປາກິນໃນຕອນເຊົ້າ.

ປາໜັງພັນໄດ້ຮັບການເບິ່ງແຍງຢ່າງລະອຽດ.

ປາໜັງໃຫຍ່ຢູ່ເຂດໜອງຖາກບ່າ ສາມາດມີນ້ຳໜັກ ແຕ່ 5-7 ກິໂລກຣາມ.

ລະບົບລ້ຽງປາໜັງພັນ.

ອາຊີບລ້ຽງປາກະຊັງຢູ່ໜອງຖາກບ່າ ໄດ້ນຳມາໃຫ້ແກ່ປະຊົນຊົນ ແຫຼ່ງຜົນປະໂຫຍດດ້ານເສດຖະກິດສູງ
ການພັດທະນາອາຊີບປູກລ້ຽງສິນໃນນ້ຳ ໂດຍຜ່ານການຊ່ວຍໜູນ ແລະ ມີການວາງແຜນ ຂອງອຳນາດການປົກຄອງທ້ອງຖິ່ນ ເປັນທິດທາງ ກ້າວເດີນທີ່ຖືກຕ້ອງ ຊ່ຶງຊ່ວຍໃຫ້ປະຊາຊົນພັດທະນາເສດຖະກິດ ແບບໝັ້ນຄົງ ທັງປົກປັກຮັກສາ ແຫຼ່ງຜົນປະໂຫຍດຈາກສິນໃນນ້ຳ ກໍຄື ສິ່ງແວດລ້ອມ ຢູ່ເຂດໜອງທີ່ສວຍງາມແຫ່ງນີ້ອີກດ້ວຍ.
ບົດ: ຖາວວີ - ພາບ: ຈີ້ງວັນໂບ້
 

top