ລາງວັນນີ້ບໍ່ພຽງແຕ່ເຊີດຊູສະຖານທີ່ທ່ອງທ່ຽວທ້ອງຖິ່ນຂອງລ້າງເຊີນເທົ່ານັ້ນ ຫາກຍັງປະກອບສ່ວນຊ່ວຍການທ່ອງທ່ຽວ ຫວຽດນາມ ກຳນົດທິດ, ຊຸກຍູ້ ແລະ ພັດທະນາຂະແໜງການທ່ອງທ່ຽວຕາມທິດຍືນຍົງ, ມີຄວາມຮັບຜິດຊອບ.
ໝູ່ບ້ານທ່ອງທ່ຽວເຂດຊຸມຊົນ ກິ່ງເຊີນ (ລ້າງເຊີນ) ຫາກໍ່ມີຄວາມເປັນກຽດໄດ້ຮັບນາມມະຍົດ “ໝູ່ບ້ານທ່ອງທ່ຽວດີທີ່ສຸດໃນໂລກ 2025” ໂດຍອົງການທ່ອງທ່ຽວ ສປຊ (UN Tourism) ມອບໃຫ້. ບັນດາສະຖານທີ່ໄດ້ຮັບລາງວັນໃນຄັ້ງນີ້ ໄດ້ຮັບການຄັດເລືອກຈາກສຳເນົາເອກະສານ 270 ຊຸດທີ່ມາຈາກ 65 ປະເທດ, ອີງຕາມມາດຖານກ່ຽວກັບຄຸນຄ່າລັກແຫຼ່ງ ດ້ານຊັບພະຍາກອນທຳມະຊາດ ແລະ ວັດທະນະທຳທ້ອງຖິ່ນ, ພ້ອມທັງມີບັນດາການກະທຳປ່ຽນແປງໃໝ່, ໃຫ້ຄຳໝັ້ນສັນຍາພັດທະນາການທ່ອງທ່ຽວເໝາະສົມກັບເປົ້າໝາຍພັດທະນາແບບຍືນຍົງຂອງ ສປຊ.
ລາງວັນນີ້ບໍ່ພຽງແຕ່ເຊີດຊູສະຖານທີ່ທ່ອງທ່ຽວທ້ອງຖິ່ນຂອງລ້າງເຊີນເທົ່ານັ້ນ ຫາກຍັງປະກອບສ່ວນຊ່ວຍການທ່ອງທ່ຽວ ຫວຽດນາມ ກຳນົດທິດ, ຊຸກຍູ້ ແລະ ພັດທະນາຂະແໜງການທ່ອງທ່ຽວຕາມທິດຍືນຍົງ, ມີຄວາມຮັບຜິດຊອບ ແລະ ນຳມາເຊິ່ງຜົນປະໂຫຍດທາງດ້ານເສດຖະກິດ, ວັດທະນະທຳເຂດຊຸມຊົນຢູ່ທ້ອງຖິ່ນ, ກໍ່ຄືສ້າງທີ່ຕັ້ງບົດບາດຂອງ ການທ່ອງທ່ຽວ ລ້າງເຊີນໃນແຜນທີ່ການທ່ອງທ່ຽວໂລກ.