ຂ່າວສານ

ລົງ​ທຶນ​ໃຫ້​ແກ່​ຊາວ​ໜຸ່ມ, ສ້າງ​ອະ​ນາ​ຄົດ​ທີ່​ຍືນ​ຍົງ

ພິ​ທີ​ໂຮມ​ຊຸມ​ຊຸມ​ມິດ​ຕິງ, ເດີນ​ຂະ​ບວນ​ຕອບ​ສະ​ໜອງວັນ​ປະ​ຊາ​ກອນ​ໂລກ ວັນ​ທີ 11 ກໍ​ລະ​ກົດ 2026 ດ້ວຍ​ຫົວ​ຂໍ້ “ຮ່ວມ​ແຮງ​ຮ່ວມ​ໃຈ​ຫັນ​ຄວາມ​ຄາດ​ຫວັງ​ຂອງ​ຊາວ​ໜຸ່ມ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງງ​ເພື່ອ​ອະ​ນາ​ຄົດ​ທີ່​ສົດ​ໃສ” ໄດ້​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 10 ກໍ​ລະ​ກົດ ຢູ່​ແຂວງ ຮຶງ​ອຽນ.
  ບັນຍາກາດໃນພິທີ. (ພາບ: VNA)  

ເມື່​ອ​ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ ໂດະ​ຊວັນ​ຕວຽນ ​ຮອງ​ລັດ​ຖະ​ມ​ົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ໃຫ້​ຮູ້​ວ່າ:

“ເພື່ອ​ໃຫ້​ຊາວ​ໜຸ່ມ​ເສີ​ມ​ຂະ​ຫຍາຍ​ໄດ້​ກຳ​ລັງ​ຄວາມ​ສາ​ມາດ​ຂອງ​ຕົນ, ປະ​ຕິ​ບັດ​ບັນ​ດາ​ທາ​ງ​ເລືອກ​ຂອງ​ຕົນ ແລະ ມີ​ການ​ເຂົ້າ​ຮ່ວມ​ຢ່າງ​ຄົບ​ຖ້ວນ​ໃນ​ຊີ​ວິດ​ສັງ​ຄົມ; ຮັບ​ປະ​ກັນ​ສິດ​ເຂົ້າ​ເຖິງການ​ບໍ​ລິ​ການ​​ສົ່ງ​ເສີມ​ສຸ​ຂະ​ພາບຈະ​ເລີນ​ພັນ​ຢ່າງ​ຄົບ​ຖ້ວນ, ຍຸ​ຕິ​ທຳ ແລະ ບໍ່​ມີ​ການ​ຈຳ​ແນກ​ການ​ປະ​ພຶດ ແມ່ນ​ເງື່ອນ​ໄຂ​ແກ່ນ​ສານ​ເພື່ອ​ໃຫ້​ແຕ່​ລະ​ປະ​ເທດ​ເສີມ​ຂະ​ຫຍາຍ​ກຳ​ລັງ​ຄວາມ​ສາ​ມາດ​ປະ​ຊາ​ຊົນ​ຢ່າງ​ມີ​ປະ​ສິ​ດ​ທິ​ຜົນ ແລະ ຮັບ​ປະ​ກັນ​ການ​ພັດ​ທະ​ນາ​ຢ່າງວ່ອງ​ໄວ ແລະ ຍືນ​ຍົງ​ໃນ​ອະ​ນາ​ຄົດ”.

ທີ່​ພິ​ທີ, ຜູ້​ຕາງ​ໜ້າ ສ​ປ​ຊ ປະ​ຈຳ ຫວຽດ​ນາມ ໄດ້​ຕີ​ລາ​ຄາ​ສູງ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ຫວຽດ​ນາມ ເຂົ້າ​ໃນ​ການ​ສ້າງ​ບັນ​ດາ​ນະ​ໂຍ​ບາຍ​ປະ​ຊາ​ກອນ ແລະ ພັດ​ທະ​ນາ​ອີງ​ຕາມ​ສິດ ແລະ ການ​ຄັດ​ເລືອກ​ຂອງ​ປະ​ຊາ​ຊົນ. ​


top