ວັນທີ 9 ກໍລະກົດ, ຢູ່ ຮ່າໂນ້ຍ, ທ່ານ ຟ້າມຢາຕຸກ ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ໄດ້ຕ້ອນຮັບທ່ານ Tony Blair ອະດີດນາຍົກລັດຖະມົນຕີ ລາຊະອານາຈັກ ອັງກິດ, ປະທານຜູ້ບໍລິຫານສະຖາບັນ Tony Blair ເພື່ອການປ່ຽນແປງທົ່ວໂລກ (TBI), ແລກປ່ຽນກ່ຽວກັບບັນດາກຳນົດທິດທາງເພີ່ມທະວີການຮ່ວມມືແນໃສ່ໜູນຊ່ວຍ ຫວຽດນາມ ປະຕິບັດບັນດາເປົ້າໝາຍພັດທະນາໃນໄລຍະໃໝ່.
ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ຟ້າມຢາຕຸກ ຕ້ອນຮັບທ່ານ Tony Blair ອະດີດນາຍົກລັດຖະມົນຕີ ລາຊະອານາຈັກ ອັງກິດ (ພາບ: VNA)
ທີ່ການຕ້ອນຮັບ, ທ່ານ ຟ້າມຢາຕຸກ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ໄດ້ຮັບຮູ້ບັນດາໝາກຜົນການຮ່ວມມືລະຫວ່າງ TBI ກັບບັນດາອົງການຂອງງຫວຽດນາມ ໃນໄລຍະຜ່ານມາ; ສະເໜີໃຫ້ TBI ເພີ່ມທະວີການເຊື່ອມຕໍ່ບັນດາວິສາຫະກິດ, ກອງທຶນລົງທຶນ ແລະ ກຸ່ມບໍລິສັດໃຫຍ່ຈາກ ເອີຣົບ, ຕາເວັນອອກກາງ ແລະ ບັນດາຄູ່ຮ່ວມມືສາກົນທີ່ລົງທຶນເຂົ້າ ຫວຽດນາມ, ໂດຍສະເພາະແມ່ນໃນບັນດາຂົງເຂດປັນຍາປະດິດ (AI), ອຸດສາຫະກຳເຄິ່ງຊັກນຳໄຟຟ້າ, ສູນຂໍ້ມູນຂ່າວສານ, ພະລັງງານທົດແທນ, hydrogen ແລະ ໄຟຟ້າແຮງລົມນອກຝັ່ງ; ໜູນຊ່ວຍ ຫວຽດນາມ ໃນວິວັດທະນາການສ້າງສາ ແລະ ພັດທະນາສູນການເງິນສາກົນ…
ທ່ານອະດີດນາຍົກລັດຖະມົນຕີ Tony Blair ສະແດງຄວາມປະທັບໃຈຕໍ່ວິວັດທະນາການພັດທະນາຂອງ ຫວຽດນາມ, ພ້ອມທັງຕີລາຄາວ່າ ເປົ້າໝາຍກາຍເປັນປະເທດພັດທະນາໃນປີ 2045 ແມ່ນຈະສາມາດປະຕິບັດໄດ້. ທ່ານ Tony Blair ຢັ້ງຢືນວ່າ, TBI ປາດຖະໜາຢາກສືບຕໍ່ເປີດກວ້າງການຮ່ວມມືກັບ ຫວຽດນາມ ໃນຫຼາຍຂົງເຂດ, ໃນນັ້ນ ມີການພັດທະນາສູນການເງິນສາກົນ, ພ້ອມແລ້ວທີ່ຈະຮ່ວມເດີນທາງພ້ອມກັບ ຫວຽດນາມ, ຊຸກຍູ້ການລົງທຶນ ແລະ ການໜູນຊ່ວຍ ຫວຽດນາມ ໃນວິວັດທະນາການພັດທະນາ.