ຂ່າວສານ

ລາວ ​ໄຂ​ກອງ​ປະ​ຊຸມ​ຄັ້ງ​ປະ​ຖົ​ມ​ມະ​ເລິກ​ສະ​ພາ​ແຫ່ງ​ຊາດ​ສະ​ໄໝ​ທີ X

ໃນຂອບເຂດວາລະໄຂ, ກອງປະຊຸມຄັ້ງປະຖົມມະເລິກສະພາແຫ່ງຊາດຊຸດທີ X ຂອງລາວໄດ້ເລືອກເອົາທ່ານ ໄຊສົມພອນ ພົວວິຫານ, ອະດີດປະທານສະພາແຫ່ງຊາດຊຸດທີ IX ເປັນປະທານສະພາແຫ່ງຊາດຊຸດທີ X, ທ່ານ ສອນໄຊ ສີພັນດອນ ອະດີດນາຍົກລັດຖະມົນຕີ ຊຸດທີ IX, ເປັນນາຍົກລັດຖະມົນຕີຊຸດທີ X.
  ທ່ານໄຊສົມພອນ ພົມວິຫານ, ກຳມະການກົມການເມືອງ, ປະທານສະພາແຫ່ງຊາດຊຸດທີ IX ຂອງລາວກ່າວຄຳເຫັນໄຂກອງປະຊຸມ (ພາບ: TTXVN )  
ຕອນເຊົ້າວັນທີ 23 ມີນາ, ຢູ່ນະຄອນຫຼວງ ວຽງຈັນຂອງລາວ, ສະພາແຫ່ງຊາດສະໄໝທີ X ຂອງ ລາວ ໄດ້ໄຂກອງປະຊຸມຄັ້ງປະຖົມມະເລິກ ພາຍໃຕ້ການເປັນປະທານຂອງ ທ່ານປະທານສະພາແຫ່ງຊາດ ໄຊສົມພອນ ພົມວິຫານ. ເຂົ້າຮ່ວມມີການເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ພ້ອມກັບບັນດາການນຳຂັ້ນສູງ ແລະ ອະດີດການນຳຂັ້ນສູງພັກ, ລັດ ລາວ. ກ່າວຄຳເຫັນໄຂກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ໄຊສົມພອນ ພົມວິຫານ ໃຫ້ຮູ້ວ່າກອງປະຊຸມຄັ້ງປະຖົມມະເລິກ ສະພາແຫ່ງຊາດຊຸດທີ X ຂອງລາວສຸມໃສ່ປຶກສາຫາລື ແລະ ເຫັນດີເປັນເອກະພາບຫຼາຍບັນຫາສຳຄັນພື້ນຖານຂອງປະເທດລວມມີ: ຮັບຟັງບົດລາຍງານຂອງຄະນະກຳມະການເລືອກຕັ້ງສະພາແຫ່ງຊາດ ກ່ຽວກັບໝາກຜົນຂອງການເລືອກຕັ້ງ ແລະ ຢັ້ງຢືນຖານະຕຳແໜ່ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງຊຸດທີ V… ໃນຂອບເຂດວາລະໄຂ, ກອງປະຊຸມຄັ້ງປະຖົມມະເລິກສະພາແຫ່ງຊາດຊຸດທີ X ຂອງລາວໄດ້ເລືອກເອົາທ່ານ ໄຊສົມພອນ ພົວວິຫານ, ອະດີດປະທານສະພາແຫ່ງຊາດຊຸດທີ IX ເປັນປະທານສະພາແຫ່ງຊາດຊຸດທີ X, ທ່ານ ສອນໄຊ ສີພັນດອນ ອະດີດນາຍົກລັດຖະມົນຕີ ຊຸດທີ IX, ເປັນນາຍົກລັດຖະມົນຕີຊຸດທີ X

top