ຂ່າວສານ

ລາວ ຮັບ​ຮອງ “ເສັ້ນ​ທາງ​ສາຍ​ພູຫຼວງ - ເສັ້ນ​ທາງ ໂຮ່​ຈີ​ມິນ ຢູ່​ດິ​ນນ​ລາວ” ແມ່ນ​ອະ​ນຸ​ສອນ​ສະ​ຖານ​ປະ​ຫວັດ​ສາດ​ລະ​ດັບ​ຊາດ

ວັນທີ 22 ສິງຫາ, ຢູ່ສຳນັກງານກະຊວງປ້ອງກັນປະເທດ ລາວ ຢູ່ນະຄອນຫຼວງ ວຽງຈັນ, ທ່ານນາງ ຫວໍ້ທິແອັງຊວັນ ຮອງປະທານປະເທດ ຫວຽດນາມ ແລະ ທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ລາວ ໄດ້ເຂົ້າຮ່ວມພິທີຮັບຮອງ “ເສັ້ນທາງສາຍພູຫຼວງ -ເສັ້ນທາງ ໂຮ່ຈີມິນ ຢູ່ດິນແດນລາວ” ແມ່ນອະນຸສອນສະຖານປະຫວັດສາດລະດັບຊາດຂອງລາວ.
ທ່ານນາງ ຫວໍ້ທິແອັງຊວັນ ຮອງປະທານປະເທດ ຫວຽດນາມ ແລະ ທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ລາວ ຖ່າຍຮູບກັບບັນດາຜູ້ແທນ

ເລືຶ່ອງພັກ, ລັດ ລາວ ຮັບຮອງ “ເສັ້ນທາງສາຍພູຫຼວງ -ເສັ້ນທາງ ໂຮ່ຈີມິນ ຢູ່ດິນແດນລາວ” ແມ່ນອະນຸສອນສະຖານປະຫວັດສາດລະດັບຊາດນັ້ນ ບໍ່ພຽງແຕ່ແມ່ນການຮັບຮູ້ຄຸນຄ່າປະຫວັດສາດ ແລະ ບັນດາຄວາມເສຍສະຫຼະຢ່າງໃຫຍ່ຫຼວງຂອງນັກປະຕິວັດລຸ້ນຕ່າງໆໃນເມື່ອກ່ອນຂອງສອງປະເທດ ຫວຽດນາມ - ລາວ ເທົ່ານັ້ນ, ຫາກຍັງແມ່ນສັນຍາລັກທີ່ຍືນຍົງຂອງນ້ຳໃຈສາມັກຄີແບບພິເສດ ຫວຽດນາມ - ລາວ ອີກດ້ວຍ.

        ເພື່ອຕອບສະໜອງຄວາມຮຽກຮ້ອງໜ້າທີ່ຂອງພາລະກິດຕໍ່ສູ້ປົດປ່ອຍຊາດ, ຕໍ່ຕ້ານ ອາເມລິກາ ກູ້ຊາດ, ເດືອນ ທັນວາ 1960, ສູນກາງພັກປະຊາຊົນປະຕິວັດລາວ (ປັດຈຸບັນແມ່ນພັກປະຊາຊົນປະຕິວັດ ລາວ) ໄດ້ເຫັນດີກັບພັກແຮງງານ ຫວຽດນາມ (ປັດຈຸບັນແມ່ນພັກຄອມມູນິດ ຫວຽດນາມ) ສຳຫຼວດກວດກາ ແລະ ສ້າງເສັ້ນທາງຂົນສົ່ງຍຸດທະສາດ “ເສັ້ນທາງ ໂຮ່ຈີມິນ ຢູ່ດິນແດນລາວ”. ສະພາບການຕົວຈິງຂອງປະຫວັດສາດໄດ້ພິສູດວ່າ ເສັ້ນທາງ ໂຮ່ຈີມິນ ຢູ່ດິນແດນລາວ ບໍ່ພຽງແຕ່ມີບົດບາດແມ່ນເສັ້ນທາງຂົນສົ່ງຍຸດທະສາດກ່ຽວກັບດ້ານການທະຫານ, ພະລາທິການເທົ່ານັ້ນ ຫາກຍັງແມ່ນຖານທີ່ໝັ້ນຍຸດທະສາດສຳຄັນຊ່ວຍເຫຼືອລະຫວ່າງສອງຝ່າຍ, ກາຍເປັນເສັ້ນທາງສຳພັນສູ້ຮົບ ແລະ ສາມັກຄີແບບພິເສດລະຫວ່າງສອງປະເທດ ລາວ - ຫວຽດນາມ ອີກດ້ວຍ.


top