ດ້ວຍເປົ້າໝາາຍຍຸດທະສາດກາຍເປັນສົ້ນເຕີບໂຕ ແລະ ສູນເຊື່ອມຕໍ່ແລກປ່ຽນການຄ້າລະຫວ່າງ ຫວຽດນາມ, ອາຊຽນ ກັບເຂດທາງທິດຕາເວັນຕົກສ່ຽງໃຕ້ ຈີນ, ແຂວງ ລາວກາຍ ພວມສຸມແຫຼ່ງກຳລັງໃຫ້ຫຼາຍໂຄງການພື້ນຖານໂຄງລ່າງທີ່ມີລັກສະນະບຸກທະລຸ, ໃນນັ້ນ ມີທ່າອາກາດສະຍານ ຊາປາ.
ທ່ານນາງ ຟ້າມທິແທັງຈ່າ ຮອງນາຍົກລັດຖະມົນຕີ ຫວຽດນາມ ກ່າວຄຳເຫັນໃນການເຮັດວຽກ
ໃນການເຮັດວຽກຂອງທ່ານນາງ ຟ້າມທິແທັງຈ່າ ຮອງນາຍົກລັດຖະມົນຕີ ຫວຽດນາມ ກັບການນຳແຂວງ ລາວກາຍໃນວັນທີ 9 ພະຈິກ, ການນຳແຂວງ ລາວກາຍ ໃຫ້ຮູ້ວ່າ ດ້ວຍເປົ້າໝາາຍຍຸດທະສາດກາຍເປັນສົ້ນເຕີບໂຕ ແລະ ສູນເຊື່ອມຕໍ່ແລກປ່ຽນການຄ້າລະຫວ່າງ ຫວຽດນາມ, ອາຊຽນ ກັບເຂດທາງທິດຕາເວັນຕົກສ່ຽງໃຕ້ ຈີນ, ແຂວງ ລາວກາຍ ພວມສຸມແຫຼ່ງກຳລັງໃຫ້ຫຼາຍໂຄງການພື້ນຖານໂຄງລ່າງທີ່ມີລັກສະນະບຸກທະລຸ, ໃນນັ້ນ ມີທ່າອາກາດສະຍານ ຊາປາ. ຕາມນັ້ນແລ້ວ, ສະໜາມບິນບັນລຸມາດຕະຖານ 4C, ສາມາດຮັບໃຊ້ຜູ້ໂດຍສານ 1,5 ລ້ານເທື່ອຄົນຕໍ່ປີ ແລະ ສະໜາມບິນການທະຫານຂັ້ນ II.
ໃນການເຮັດວຽກ, ທ່ານ ເລແອັງຕວັນ ຮອງລັດຖະມົນຕີກະຊວງກໍ່ສ້າງ ຫວຽດນາມ ໃຫ້ຂໍ້ສັງເກດວ່າ ການສ້າງທ່າອາກາດສະຍານ ຈະຊ່ວຍໃຫ້ແຂວງ ລາວກາຍ ພັດທະນາເສດຖະກິດ, ພິເສດແມ່ນການທ່ອງທ່ຽວ:
“ການບິນ ແລະ ການທ່ອງທ່ຽວແມ່ນສອງຂົງເຂດປາຍແຫຼມ. ຢາກດຶງດູດແຂກທ່ອງທ່ຽວຫຼູຫຼາສາກົນນັ້ນ ພວກເຮົາຕ້ອງພັດທະນາຂະແໜງການບິນ. ຫວັງຢ່າງຍິງວ່າ ທາງແຂວງ ຈະສືບຕໍ່ຄົ້ນຄວ້າ, ສະເໜີດັດປັບອັດຕາການໜູນຊ່ວຍງົບປະມານຂອງລັດ ແລະ ຊອກຫານັກລົງທຶນຍຸດທະສາດ”.