ຂ່າວສານ

ລາຍ​ການ​ສະ​ແດ​ງ​ສິ​ລະ​ປະ “ນັກ​ສຶກ​ສາ ຫວຽດ - ລາວ, ເອກ​ອ້າງ​ທະ​ນົງ​ໃຈ​ສືບຕໍ່ກ້າວ​ເດີນ​”

ລາຍການສະແດງສິລະປະ “ນັກສຶກສາ ຫວຽດນາມ - ລາວ, ເອກອ້າງທະນົງໃຈສືບຕໍ່ກ້າວເດີນ” ໄດ້ດຳເນີນໃນຕອນຄ່ຳວັນທີ 20 ກັນຍາ, ຢູ່ສະໜາມຫຼວງ ຮູບປັ້ນ ໄຊຊະນະ ນຸ໊ຍບ່າ, ຕາແສງ ກາດຕຽນ, ແຂວງ ຢາຣາຍ.

 

ລາຍການສະແດງສິລະປະຂອງນັກສຶກສາລາວ (ພາບ: TTXVN)

ນີ້ແມ່ນການເຄື່ອນໄຫວຫຼັກຂອງວັນບຸນວັດທະນະທຳນັກສຶກສາ ຫວຽດນາມ - ລາວ ປີ 2025 ໂດຍຄະນະຊາວໜຸ່ມຄອມມູນິດ ໂຮ່ຈີມິນ ແຂວງ ຢາຣາຍ ສົມທົບກັບຄະນະຊາວໜຸ່ມມະຫາວິທະຍາໄລ, ວິທະຍາໄລແຫ່ງຕ່າງໆໃນແຂວງຈັດຂຶ້ນ. ມີນັກສຶກສາ ລາວ, ຫວຽດນາມ ເກືອບ 300 ຄົນ ພວມຮ່ຳຮຽນຢູ່ບັນດາໂຮງຮຽນມະຫາວິທະຍາໄລ, ວິທະຍາໄລຢູ່ແຂວງ ແລະ ສະມາຊິກຊາວໜຸ່ມຕາແສງ ກາດຕຽນ ເຂົ້າຮ່ວມ.

ລາຍການດັ່ງກ່າວ ລວມມີການສະແດງສະແດງບັນຍາກາດທີ່ສະຫງ່າອົງອາດ, ມິດຕະພາບຖານສະຫາຍອ້າຍຮ້ອງຂອງ 2 ປະເທດ ຫວຽດນາມ ແລະ ລາວ, ປຸກລຸກຄວາມເອກອ້າງທະນົງໃຈ, ນ້ຳໃຈຄວາມຮັບຜິດຊອບ ແລະ ຄວາມຄາດຫວັງອຸທິດສ່ວນຂອງນັກສຶກສາສອງປະເທດ ຫວຽດນາມ - ລາວ. ໃນລາຍການ, ຄະນະຈັດຕັ້ງໄດ້ມອບຂອງຂວັນຈຳນວນ 10 ພູດໃຫ້ແກ່ຄອບຄົວປະສົບກັບຄວາມຫຍຸ້ງຍາກ ພວມດຳລົງຊີວິດຢູ່ ຕາແສງ ກາດຕຽນ.


top