ຂ່າວສານ

ລາຍການ​ສະ​ແດງ​ຊຸດ​ເສື້ອ​ຍາວ​ລວມ​ໝູ່​ຢູ່​ທ້ອງ​ຖະ​ໜົນ​ໃນ​ວັນ​ທີ 8 ມີ​ນາ ຢູ່​ນະ​ຄອນ ໂຮ່​ຈີ​ມິນ

ມີສະມາຊິກສະຫະພັນແມ່ຍິງ ແລະ ປະຊາຊົນກວ່າ 58.000 ຄົນໄດ້ເຂົ້າຮ່ວມລາຍການສະແດງຊຸດເສື້ອຍາວລວມໝູ່ຢູ່ 36 ສະຖານທີ່ໃນບໍລິເວນນະຄອນ ໂຮ່ຈີມິນ.
  ບັນຍາກາດຂອງເຫດການ  

ການເຄື່ອນໄຫວດັ່ງກ່າວໄດ້ດຳເນີນໃນວັນທີ 8 ມີນາ ແລະ ແມ່ນໜຶ່ງໃນບັນດາເຫດການສະເຫຼີມສະຫຼອງວັນແມ່ຍິງສາກົນ. ເຫດການໄດ້ສ້າງບັນຍາກາດຟົດຟື້ນມ່ວນຊື່ນໃນໂອກາດວັນແມ່ຍິງສາກົນ ແລະ ປະກອບສ່ວນເຊີດຊູຄວາມງາມທີ່ມີສະເໜ່ຂອງແມ່ຍິງ ຫວຽດນາມ ໃນຊຸດເສື້ອຍາວທີ່ເປັນມູນເຊື້ອ.

        ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມອບໃບຍ້ງອຍໍໃຫ້ແກ່ກົມກອງໝູ່ຄະນະໂຄສະນາສຶກສາສະຫະພັນແມ່ຍິງ ນະຄອນ ໂຮ່ຈີມິນ ແລະ 10 ບຸກຄົນທີ່ມີຜົນງານດີເດັ່ນໃນການປະຕິບັດງານໃນໄລຍະ 2019 – 2023, ປະກອບສ່ວນເຂົ້າໃນພາລະກິດສ້າງລັດທິສັງຄົມນິຍົມ ແລະ ປົກປັກຮັກສາປະເທດຊາດ.


top