ຂ່າວສານ

ລາຍການສົ່ງເສີມການໂຄສະນາທ່ອງທ່ຽວ ແຂວງຮ່າຢາງ

      ຂະແໜງທ່ອງທ່ຽວ ຮ່າຢາງ ໄດ້ຢັ້ງຢືນເຖິງ ທີ່ຕັ້ງຂອງແຂວງໃນແຜນທີ່ການທ່ອງທ່ຽວຂອງ ຫວຽດນາມ, ເປັນໜຶ່ງໃນ 24 ເຂດທ່ອງທ່ຽວຈຸດສຸມຂອງປະເທດຊາດ.

ທັດສະນີຍະພາບເຂດພູຜາປ່າໄມ້ແຂວງ ຮ່າຢາງ
      ວັນທີ 18 ມີນາ, ຢູ້ ນະຄອນຍາຈາງ, ແຂວງ ແຄັງຮ່ວາ   ທາງພາກກາງ ຫວຽດນາມ, ຄະນະກຳມະການປະຊາຊົນ ແຂວງ ຮ່າຢາງ ໄດ້ສົມທົບກັບ ກົມໃຫຍ່ທ່ອງທ່ຽວ, ສະຫະສະມາຄົມທ່ອງທ່ຽວ ຫວຽດນາມ ຈັດຕັ້ງກອງປະຊຸມສົ່ງເສີມ, ໂຄສະນາການທ່ອງທ່ຽວ ດ້ວຍຫົວຂໍ້ວ່າ “ຮ່າຢາງ - ມໍລະດົກ ແລະ ດອກໄມ້”.
            ລາຍການສົ່ງເສີມການໂຄສະນາທ່ອງທ່ຽວ ແຂວງ ຮ່າຢາງ ຈະໄດ້ດຳເນີນໃນລະຫວ່າງວັນທີ 17 – 18 ມີນາ 2019 ດ້ວບບັນດາການເຄື່ອນໄຫວທີ່ດຶງດູດໃຈ, ມີຄວາມເປັນເອກະລັກສະເພາະຂອງເຂດພູສູງທາງພາກເໜືອ ຫວຽດນາມ.
            ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ຖືວ່າ ຮ່າຢາງ ຄວນອະນຸລັກຮັກສາ ແລະ ຜັນຂະຫຍາຍບັນດາວັດທະນະທຳທີ່ດີງາມ, ສີສັນເອກະລັກສະເພາະຂອງບັນດາເຜົ່າສ່ວນໜ້ອຍ, ຊຶ່ງເປັນທ່າແຮງຂອງເຂດພູສູງທາງພາກເໜືອ ຫວຽດນາມ.
            ໃນປີ 2018, ແຂວງ ຮ່າຢາງ ໄດ້ຕ້ອນຮັບແຂກທ່ອງທ່ຽວ ກ່ວາ 1 ລ້ານ ເທື່ອຄົນ, ໃນນັ້ນມີແຂກທ່ອງທ່ຽວຕ່າງປະເທດ 2 ແສນ 5 ໝື່ນເທື່ອຄົນ. ຂະແໜງທ່ອງທ່ຽວ ຮ່າຢາງ ໄດ້ຢັ້ງຢືນເຖິງ ທີ່ຕັ້ງຂອງແຂວງໃນແຜນທີ່ການທ່ອງທ່ຽວຂອງ ຫວຽດນາມ, ເປັນໜຶ່ງໃນ 24 ເຂດທ່ອງທ່ຽວຈຸດສຸມຂອງປະເທດຊາດ.
 (ແຫຼ່ງຄັດຈາກ VOV)


top