ຂ່າວສານ

ລາງວັນ​ຊາວ​ເຄວ ປີ 2026: ເຊ​ີດ​ຊູ 123 ພື້ນ​ຖານ, ການ​ບໍ​ລິ​ການ ແລະ ມາດ​ຕະ​ການ​ດີ​ຈີ​ຕອນ​ດີ​ເດັ່ນ

ຕອນ​ບ່າຍ​ວັນ​ທີ 28 ພຶ​ດ​ສະ​ພາ, ຢູ່​ຮ່າ​ໂນ້ຍ, ພາຍ​ໃຕ້​ການ​ອຸ​ປະ​ຖຳ​ຈາກ​ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ ຫວຽດ​ນາມ, ສະ​ຫະ​ສະ​ມາ​ຄົມ​ຊ​ອັບ​ແວ ແລະ ການ​ບໍ​ລິ​ການ​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ ຫວຽດ​ນາມ (VINASA) ໄດ້​ຈັດ​ພິ​ທີ​ເຊີດ​ຊູ ແລະ ມອບ​ລາງວັນ ຊາວ​ເຄວ ປີ 2026.
  Top 10 ລາງວັນ 2026 (ພາບ: TTXVN)  

ມີ 123 ພື້ນ​ຖານ, ການ​ບໍ​ລິ​ການ ແລະ ມາ​ດ​ຕະ​ການ​ດີ​ຈີ​ຕອນ​ດີ​ເດັ່ນ ຍາດ​ໄດ້​ລາງວັນ​ ຊາວ​ເຄວ ປ​ີ 2026. ໃນ​ນ​ັ້ນ, ພົ້ນ​ເດັ່ນ​ທີ່​ສຸດ​ແມ່ນ 42 ມາດ​ຕະ​ການ​ເສດ​ຖະ​ກ​ິດ​ດີ​ຈີ​ຕອນ ແລະ ທຸ​ລະ​ກຳ​ດີ​ຈີ​ຕອນ; 25 ມາດ​ຕະ​ການ​ຄຸ້ມ​ຄອງ​ບໍ​ລິ​ຫານ​ດີ​ຈີ​ຕອນ; 18 ມາດ​ຕະ​ການ​ເຕັກ​ໂນ​ໂລ​ຢີ​ບຸກ​ທະ​ລຸ.

ປີ 2026, Top 10 ລາງວັນ ຊາວ​ເຄວ ຮັບ​ຮູ້​​ການ​ປະ​ກົດ​ມີຄວາມ​ດຸ່ນ​ດ່ຽງ​ລະ​ຫວ່າງ​ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ເຕັກ​ໂນ​ໂລ​ຢີ​ໃຫຍ່. ນີ້​ກໍ​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ມີຫຼາຍ​ຜະ​ລິດ​ຕະ​ພັນ​ເຕັກ​ໂນ​ໂລ​ຢີ ຫວຽດ​ນາມ ບັນ​ລຸ​ໄດ້​ສາມ​ປັດ​ໄຈ​ພ້ອມ​ກັນ, ລວມ​ມີ: ຂອບ​ຂະ​ໜາດ​ໃຫຍ່, ຂໍ້​ມູນ​ໃຫຍ່ ແລະ ເຄື່ອນ​ໄຫວ​ໃນ​ເວ​ລາຕົວ​ຈິງ.

ໃນ​ພິ​ທີ​ມອບ​ລາງວັນ, VINASA ໄດ້​ປະ​ກາດ “ແຜນ​ທີ່​ມາດ​ຕະ​ການ​ເຕັກ​ໂນ​ໂລຢ​ີ ດີ​ຈີ​ຕອນ ຫວຽດ​ນາມ ປີ 2026” ຢ່າງ​ເປັນ​ທາງ​ການ.


top