ໂດຍຖະແຫຼງຂ່າວ ກ່ຽວກັບບັນດາມາດຕະການແກ້ໄຂຄວາມຫຍຸ້ງຍາກໃຫ້ການຜະລິດກະສິກຳ, ເຄື່ອງປ່າຂອງດົງ, ສິນໃນນ້ຳ, ທ່ານຫວໍວັນຮຶງ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ເນັ້ນໜັກວ່າ ປັດໄຈສຳຄັນໃນສະເພາະໜ້າແມ່ນຕ້ອງກຳແໜ້ນຕະຫຼາດ, ສຸມໃສ່ການຜະລິດ, ຍົກສູງມູນຄ່າ ແລະ ມີຕະຫຼາດເປັນຫຼາຍຮູບຫຼາຍແບບ.
ທ່ານ ດັ້ງຊວັນຟອງ ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ຫວຽດນາມ ເປັນປະທານການຖະແຫຼງຂ່າວລັດຖະບານປະຈຳເດືອນກໍລະກົດ 2026 (ພາບ: VNA)
ຕອນບ່າຍວັນທີ 3 ສິງຫາ, ຢູ່ຮ່າໂນ້ຍ, ທ່ານ ດັ້ງຊວັນຟອງ ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ຫວຽດນາມ ໄດ້ເປັນປະທານການຖະແຫຼງຂ່າວລັດຖະບານປະຈຳເດືອນກໍລະກົດ 2026. ທີ່ການຖະແຫຼງຂ່າວ, ໂດຍຕອບຄຳຖາມຂອງນັກຂ່າວກ່ຽວກັບໝາກຜົນຂອງການສັບຊ້ອນບ້ານ, ກຸ່ມຊຸມຊົນຂອງບັນດາແຂວງ, ນະຄອນໃນທົ່ວປະເທດ, ທ່ານນາງ ຫງວຽນທິທູຮ່າ, ຮອງລັດຖະມົນຕີກະຊວງພາຍໃນ, ໃຫ້ຮູ້ວ່າ: ມາຮອດປັດຈຸບັນ, 34 ແຂວງ, ນະຄອນຂຶ້ນກັບສູນກາງທັງໝົດໄດ້ປະຕິບັດສຳເລັດການສັບຊ້ອນບ້ານ, ກຸ່ມຊຸມຊົນຖືກຕ້ອງຄວາມຮຽກຮ້ອງຕອງການຂອງກົມການເມືອງ ແລະ ລັດຖະບານ. ວິວັດການຜັນຂະຫຍາຍໄດ້ປະຕິບັດຢ່າງເຂັ້ມງວດ, ຄົບຊຸດ, ສ້າງຄວາມເຫັນດີເຫັນພ້ອມສູງ. ພາຍຫຼັງການສັບຊ້ອນ, ຈຳນວນບ້ານ, ກຸ່ມຊຸມຊົນໃນທົ່ວປະເທດຫຼຸດລົງກວ່າ 41.500 ຫົວໜ່ວຍ, ຫຼຸດລົງປະມານ 46,33%. ໂດຍຖະແຫຼງຂ່າວ ກ່ຽວກັບບັນດາມາດຕະການແກ້ໄຂຄວາມຫຍຸ້ງຍາກໃຫ້ການຜະລິດກະສິກຳ, ເຄື່ອງປ່າຂອງດົງ, ສິນໃນນ້ຳ, ທ່ານຫວໍວັນຮຶງ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ເນັ້ນໜັກວ່າ ປັດໄຈສຳຄັນໃນສະເພາະໜ້າແມ່ນຕ້ອງກຳແໜ້ນຕະຫຼາດ, ສຸມໃສ່ການຜະລິດ, ຍົກສູງມູນຄ່າ ແລະ ມີຕະຫຼາດເປັນຫຼາຍຮູບຫຼາຍແບບ.
ພວກເຮົາຕ້ອງຫຼຸດລະບຽບການບໍລິຫານລົງຢ່າງແຮງ, ແທ້ຈິງ, ມີປະສິດທິຜົນເພື່ອຫຼຸດຜ່ອນຄ່າໃຊ້ຈ່າຍ ແລະ ບັນດາບັນຫາອື່ນໃຫ້ສຳລັບວິສາຫະກິດ, ປະຊາຊົນ; ຕ້ອງນຳເຕັກໂນໂລຢີ, ວິທະຍາສາດ, ການຫັນເປັນດີຈີຕອນ ແລະ ບັນດາໂປແກຼມກ່ຽວກັບວິທະຍາສາດເຂົ້າໃນພຶດຕິກຳຕົວຈິງຢ່າງມີປະສິດທິຜົນ. ແລະພວກເຮົາຕ້ອງຮ່ວມເດີນທາງກັບປະຊາຊົນ ແລະ ວິສາຫະກິດ.
ທີ່ການຖະແຫຼງຂ່າວ, ກະຊວງການເງິນ ໃຫ້ຮູ້ວ່າມີຫຼາຍນະໂຍບາຍປີການເງິນສືບຕໍ່ໄດ້ໝູນໃຊ້ຮອດໝົດປີ 2026 ຄື: ຫຼຸດຜ່ອນ 2%ພາສີມູນຄ່າເພີ່ມສຳລັບໝວດສິນຄ້າ, ການບໍລິການທີ່ພວມຕ້ອງຈ່າຍອັດຕາພາສີ 10%; ແກ່ຍາວເວລາຍົກເວັ້ນພາສີນຳໃຊ້ທີ່ດິນກະສິກຳຈົນຮອດໝົດປີ 2030… ກະຊວງການເງິນພວມສືບຕໍ່ປະສານສົມທົບກັບບັນດາກະຊວງ, ຂະແໜງການຄົ້ນຄ້ວາວິທີການບໍລິຫານພາສີສຳລັບແອຊັງນ້ຳມັນໃຫ້ເໝາະສົມກັບການຜັນແປຂອງລາຄາພະລັງງານໂລກ, ເພື່ອແນໃສ່ເປັນເຈົ້າການຮັບມືກັບບັນດາການຜັນແປ ແລະ ຮັກສາເສດຖະກິດມະຫາພາກ, ການຄວບຄຸມໄພເງິນເຟີ້ໃຫ້ເປັນປົກກະຕິ,