ວັນທີ 23 ມີນາ, ກະຊວງການຕ່າງປະເທດ ລັດເຊຍ ໃຫ້ຮູ້ວ່າ ທ່ານ Vladimir Putin ປະທານາທິບໍດີລັດເຊຍ ຈະໄປຢ້ຽມຢາມ ຈີນ ໃນໄລຍະຈະມາເຖິງ.
ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານປະທານປະເທດ ຈີນ ສີຈີ້ນຜິງ ພົບປະກັນຢູ່ ປັກກິ່ງ ເມື່ອເດືອນ 2/2022 (ພາບ: Sputnik/Aleksey Druzhinin/Kremlin via Reuters)
ເມື່ອກ່າວຄຳເຫັນຢູ່ນອກກອງປະຊຸມ “ລັດເຊຍ ແລະ ອິນເດຍ - ມຸ່ງໄປເຖິງໂຄງການດຳເນີນງານສອງຝ່າຍໃໝ່”, ທ່ານ Andrey Rudenko ຮອງລັດຖະມົນຕີການຕ່າງປະເທດ ລັດເຊຍ ໃຫ້ຮູ້ວ່າແຜນການຢ້ຽມຢາມໃກ້ຈະຮຽບຮ້ອຍແລ້ວ ແລະ ຂໍ້ມູນລາຍລະອຽດຈະໄດ້ປະກາດໃນຕໍ່ໜ້ານີ້.
ຕາມທ່ານຮອງລັດຖະມົນຕີ Andrey Rudenko ແລ້ວ, ວິກິດການຢູ່ ອີຣານ ອາດຈະແມ່ນໜຶ່ງໃນບັນດາເນື້ອໃນຫຼັກຂອງການແລກປ່ຽນຄັ້ງຈະມາເຖິງ, ໃນສະພາບການປະລິມານນ້ຳມັນນຳເຂົ້າຫຼາຍພໍສົມຄວນຂອງຈີນ ໄປຜ່ານຊ່ອງແຄບທະເລ Hormuz ພວມຖືກຜົນກະທົບຈາກສະພາບຄວາມເຄັ່ງຕຶງ.
ກ່ຽວຂ້ອງເຖິງບັນຫາຢູແກຼນ, ຝ່າຍ ລັດເຊຍ ຢັ້ງຢືນວ່າ ພ້ອມແລ້ວທີ່ຈະດຳເນີນການເຈລະຈາ ຖ້າຫາກວ່າ ຢູແກຼນ ມີເຈດຕະນາຢາກເຂົ້າຮ່ວມ, ແຕ່ປັດຈຸບັນ ຍັງບໍ່ທັນມີວັນເວລາລະອຽດສຳລັບການພົບປະເຫຼົ່ານີ້ເທື່ອ.