ຂ່າວສານ

ລັດ​ເຊຍ ຊັ່ງ​ຊາ​ຄວາມ​ສາ​ມາດ​ແກ່​ຍາວ​ສົນ​ທິ​ສັນ​ຍາ​ນິ​ວ​ເຄຼຍ New START

ການປະມໍລະດົກທັງໝົດຂອງ New START ຈະແມ່ນບາດກ້າວເດີນທີ່ຜິດພາດ, ສົ່ງຜົນກະທົບທີ່ບໍ່ດີຕໍ່ສົນທິສັນຍາບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ.
ທ່ານ Vladimir Putin ປະທານາທິບໍດີລັດເຊຍ (ພາບ: ANI/TTXVN)

ວັນທີ 22 ກັນຍາ, ທ່ານ Vladimir Putin  ປະທານາທິບໍດີລັດເຊຍ ຢັ້ງຢືນວ່າ ລັດເຊຍ ພ້ອມແລ້ວທີ່ຈະສືບຕໍ່ະຕິບັດບັນດາຂໍ້ຈຳກັດຫຼັກແຫຼ່ງແກ່ນສານຂອງ ສົນທິສັນຍາຫຼຸດຜ່ອນອາວຸດບຸກໂຈມຕີຍຸດທະສາດໃໝ່ (New START) ພາຍໃນເວລາ 1 ປີ ເມື່ອສົນທິສັນຍາໝົດຜົນສັກສິດໃນເດືອນກຸມພາ ຈະມາເຖິງ, ດ້ວຍເງື່ອນໄຂ ອາເມລິກາ ມີການກະທຳທີ່ຄ້າຍຄືກັນ. ທ່ານ Vladimir Putin   ເນັ້ນໜັກວ່າ ການປະມໍລະດົກທັງໝົດຂອງ New START ຈະແມ່ນບາດກ້າວເດີນທີ່ຜິດພາດ, ສົ່ງຜົນກະທົບທີ່ບໍ່ດີຕໍ່ສົນທິສັນຍາບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ.

ຕາມການນຳລັດເຊຍ ແລ້ວ, ຂໍ້ລິເລີ່ມດັ່ງກ່າວ ອາດຈະສ້າງເງື່ອນໄຂຊຸກຍູ້ການເຈລະຈາຍຸດທະສາດກັບ ອາເມລິກາ ແນໃສ່ມຸ່ງໄປເຖິງຂໍ້ຕົກລົງປ່ຽນແທນ, ພ້ອມທັງປະກອບສ່ວນຮັກສາຄວາມດຸ່ນດ່ຽງນາບຂູ່ທົ່ວໂລກ. ເຖິງຢ່າງໃດກໍຕາມ, ທ່ານກໍຮຽກຮ້ອງໃຫ້ບັນດາອົງການເຈົ້າໜ້າທີ່ຕິດຕາມກວດກາການເຄື່ອນໄຫວລູກສອນໄຟຍຸດທະສາດຂອງ ອາເມລິກາ ຢ່າງແໜ້ນແຟ້ນ ແລະ ພິເສດແມ່ນເອົາໃຈໃສ່ເຖິງບັນດາແຜນການຜັນຂະຫຍາຍລະບົບປ້ອງກັນລູກສອນໄຟໃນຈັກກະວານ. ທ່ານ Vladimir Putin  ປະທານາທິບໍດີ ລັດເຊຍ ມີຄວາມເຊື່ອໝັ້ນຕໍ່ລະດັບຄວາມໄວ້ວາງໃຈຂອງບັນດາກຳລັງນາບຂູ່, ບໍ່ຊອກຫາວິທີຊຸກຍູ້ການຊ່ວງເສັງອາວຸດ ແລະ ໃຫ້ບຸລິມະສິດຕໍ່ມາດຕະການທາງການເມືອງ, ການທູດ ເພື່ອຮັບປະກັນສັນຕິພາບສາກົນ; ພ້ອມທັງຢັ້ງຢືນວ່າ ລັດເຊຍ ມີຄວາມສາມາດຢ່າງພຽງພໍເພື່ອຮັບມືກັບທຸກໄພນາບຂູ່ທີ່ພວມມີ ແລະ ຫາກໍ່ເກີດຂຶ້ນ.


top