ປະຈຸບັນ, ອີຢູ ພວມຮຽບຮຽງມາດຕະການລົງໂທດທີ 19 ທີ່ເລັງໃສ່ ລັດເຊຍ.
ທ່ານ Dmitry Peskov ໂຄສົກວັງ Kremlin (ພາບ: Alexander Zemlianichenko/REUTERS)
ວັນທີ 8 ກັນຍາ, ທ່ານ Dmitry Peskov ໂຄສົກວັງ Kremlin ຢືນຢັນວ່າ: “ບັນດາມາດຕະການລົງໂທດດ້ວຍປະລິມານທີ່ບໍ່ເຄີຍມີມາກ່ອນຈາກຝ່າຍຕາເວັນຕົກນັ້ນ ບໍ່ມີຜົນປະໂຫຍດໃດໃນການກໍ່ຄວາມກົດດັນຕໍ່ລັດເຊຍ”. ທ່ານ Peskov ຖືວ່າ ຢູແກຼນ ແລະ ເອີລົບ ພວມເຮັດທຸກວິທີເພື່ອບັງຄັບ ອາເມລິກາ ນຳໃຊ້ບັນດາມາດຕະການລົງໂທດ, ແຕ່ເນັ້ນໜັກວ່າ “ຈະບໍ່ມີມາດຕະການລົງໂທດໃດທີ່ສາມາດບັງຄັບໃຫ້ ມົດສະກູຕ້ອງ ປ່ຽນແປງຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງຕົນໄດ້”.
ໃນວັນດຽວກັນ, ຄະນະກຳມະການ ເອີລົບ (EC) ໃຫ້ຮູ້ວ່າ: ທ່ານ David O'Sullivan, ທູດພິເສດຂອງ ອີຢູ ຮັບຜິດຊອບບັນຫາການລົງໂທດ ໄດ້ເດີນທາງໄປຍັງ ວໍຊິງຕັນ ພ້ອມກັບນັກຊ່ຽວຊານກຸ່ມໜຶ່ງ ເພື່ອປຶກສາຫາລືກັບຝ່າຍ ອາເມລິກາ ກ່ຽວກັບບັນດາມາດຕະການລົງໂທດເພີ່ມເຕີມທີ່ເລັງໃສ່ ລັດເຊຍ. ປະຈຸບັນ, ອີຢູ ພວມຮຽບຮຽງມາດຕະການລົງໂທດທີ 19 ທີ່ເລັງໃສ່ ລັດເຊຍ.