ຖະແຫຼງການນີ້ໄດ້ຍົກອອກມາພາຍຫຼັງ 2 – 3 ຊົ່ວໂມງເມື່ອມີຂ່າວ ຢູແກຼນຕ້ອງຮັບການຖືກບຸກໂຈມຕີທີ່ມີຂອບຂະໜາດໃຫຍ່ທີ່ສຸດນັບແຕ່ເວລາເກີດການທະປະກັນກັບ ລັດເຊຍ ກ່ອນນີ້ສາມປີເຮັດໃຫ້ ມີ 2 ຄົນເສຍຊີວິດ, 15 ຄົນຖືກບາດເຈັບ ແລະ ອາຄານລັດຖະບານຢູ່ນະຄອນຫຼວງ ກີແອັບຖືກຍິງເຂົ້າໃສ່.
ວັນທີ 7 ກັນຍາ, ກະຊວງປ້ອງກັນປະເທດ ລັດເຊຍໄດ້ປະກາດບັນດາກຳລັງຂອງປະເທດນີ້ ໄດ້ບຸກໂຈມຕີບັນດາເປົ້າໝາຍການທະຫານ ແລະ ພື້ນຖານໂຄງລ່າງຂອງ ຢູແກຼນ. ກະຊວງປ້ອງກັນປະເທດ ລັດເຊຍກໍ່ໃຫ້ຮູ້ວ່າ ບັນດາລະບົບປ້ອງກັນປະເທດຂອງປະເທດນີ້ ໄດ້ຍິງລູກລະເບີດນຳຖີ 3 ລູກຍິງລູກສອນໄຟຫຼາຍເລົາ HIMARS 3 ບະບົບ ແລະ ເຮືອບິນບໍ່ມີຄົນຂັບ 210 ລຳຂອງຢູແກຼນຕົກ.
ຖະແຫຼງການນີ້ໄດ້ຍົກອອກມາພາຍຫຼັງ 2 – 3 ຊົ່ວໂມງເມື່ອມີຂ່າວ ຢູແກຼນຕ້ອງຮັບການຖືກບຸກໂຈມຕີທີ່ມີຂອບຂະໜາດໃຫຍ່ທີ່ສຸດນັບແຕ່ເວລາເກີດການທະປະກັນກັບ ລັດເຊຍ ກ່ອນນີ້ສາມປີເຮັດໃຫ້ ມີ 2 ຄົນເສຍຊີວິດ, 15 ຄົນຖືກບາດເຈັບ ແລະ ອາຄານລັດຖະບານຢູ່ນະຄອນຫຼວງ ກີແອັບຖືກຍິງເຂົ້າໃສ່. ບັນດາປະເທດສຳພັນທະມິດຂອງ ອາເມລິກາໃນໄລຍະຜ່ານມາ ໄດ້ຮຽກຮ້ອງທ່ານປະທານາທິບໍດີ ອາເມລິກາ Donald Trump ເພີ່ມການລົງໂທດລັດເຊຍ ຍ້ອນປະເທດນີ້ສືບຕໍ່ບຸກໂຈມຕີ ຢູແກຼນ, ເຖິງຢ່າງໃດກໍຕາມ ທ່ານປະທານາທິບໍດີ ອາເມລິກາ Donald Trump ຢັ້ງຢືນຈະນຳໃຊ້ການເຈລະຈາເພື່ອຢຸດຕິການປະທະກັນ.