ຂ່າວສານ

ລັດ​ຖະ​ມົນ​ຕີ ອິດ​ສະ​ຣາ​ແອັນ ຮຽກ​ຮ້ອງ ໂຮມ​ພາກ​ໃຕ້ ລີ​ບັງ​ ເຂົ້າ

ທ່ານ Bezalel Smotrich ລັດຖະມົນຕີການເງິນ ອິດສະຣາແອັນ ຖະແຫຼງວ່າ ອິດສະຣາແອັນ ຄວນເປີດກວ້າງຊາຍແດນ ກັບ ລີບັງ ຮອດແມ່ນ້ຳ Litani ຢູ່ເຂດພາກໃຕ້ຂອງປະເທດນີ້.
  ຂົວຂ້າມແມ່ນ້ຳ Litani ຢູ່ພາກໃຕ້ ລີບັງ ຖືກມ້າງເພທຳລາຍໃນວັນທີ 13 ມີນາ (ພາບ: REUTERS)  

ເມື່ອກ່າວຄຳເຫັນໃນລາຍການກະຈາຍສຽງຂອງ ອິດສະຣາແອັນ ໃນວັນທີ 23 ມີນາ, ທ່ານ Bezalel Smotrich ລັດຖະມົນຕີການເງິນ ອິດສະຣາແອັນ ຖະແຫຼງວ່າ ອິດສະຣາແອັນ ຄວນເປີດກວ້າງຊາຍແດນ ກັບ ລີບັງ ຮອດແມ່ນ້ຳ Litani ຢູ່ເຂດພາກໃຕ້ຂອງປະເທດນີ້. ທ່ານ Bezalel Smotrich ກໍຮຽກຮ້ອງ ອິດສະຣາແອັນ ໂຮມຜືນແຜ່ນດິນເຊິ່ງປະເທດນີ້ພວມຄວບຄຸມຢູ່ເຂດ ກາຊາ, ບ່ອນທີ່  ອິດສະຣາແອັນ ພວມຄວບຄຸມປະມານ 53% ເນື້ອທີ່ທັງໝົດ. ຄຳເຫັນຂອງທ່ານລັດຖະມົນຕີການເງິນ ອິດສະຣາແອັນ ແມ່ນຄຳປາໄສຈະແຈ້ງທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນຂອງເຈົ້າໜ້າທີ່ຂັ້ນສູງ ອິດສະຣາແອັນ ກ່ຽວກັບການ ຢຶດຄອງຜືນແຜ່ນດິນຂອງ ລີບັງ, ໃນການປະທະກັນ ທີ່ ອິດສະຣາແອັນ ຖືວ່າ ເລັ່ງໃສ່ກຳລັງ ເຮັກໂບລາ.

ໃນຕົວຈິງ, ບັນດາເຫດບຸກໂຈມຕີທາງອາກາດຂອງ ອິດສະຣາແອັນ ໃນວັນທີ 23 ມີນາ ໄດ້ເລັ່ງໃສ່ສອງເຂດຂ້າມແມ່ນ້ຳ Litani, ໃນຂະນະທີ່ບາງຂົ້ວຂ້າມແມ່ນ້ຳນີ້ຖືກມ້າງເພທຳລາຍໃນໄລຍະມໍ່ໆມານີ້. ອິດສະຣາແອັນ ກໍດຳເນີນການບຸກໂຈມຕີເລັ່ງໃສ່ນະຄອນຫຼວງ Beirut ດ້ວຍຄຳຖະແຫຼງ ເລັ່ງໃສ່ບັນດາສະມາຊິກຂອງກຳລັງທະຫານພິທັກປະຕິວັດ ອິດສະລາມ ອີຣານ (IRGC)ຢູ່ທີ່ນີ້.


top