ຂ່າວສານ

ລັດ​ຖະ​ບານ ເວ​ເນ​ຊູ​ເອ​ລາ ມອບຫຼຽນ​ກາ “ວິ​ລະ​ຊົນ ເວ​ເນ​ຊູ​ເອ​ລາ” ໃຫ້​ແກ່​ຄະ​ນະ​ກູ້​ໄພ​ກູ້​ຊີບ ຫວຽດ​ນາມ

ນີ້​ແມ່ນ​ລາງວັນ​ອັນ​ສູງ​ສົ່ງ​ຂອງ​ລັດ​ຖະ​ບານ ເວ​ເນ​ຊູ​ເອ​ລາ ແນ​ໃສ່​ຮັບ​ຮູ້​ການ​ອຸ​ທິດ​ສ່ວນ, ຈິດ​ໃຈ​ອັນ​ສູງ​ສົ່ງ ແລະ ລັດ​ທິ​ວິ​ລະ​ຊົນ​ຂອງ​ບຸກ​ຄົນ​ທີ່​ບໍ່ຫົວ​ຊາ​ຕໍ່​ຄວາມ​ຫຍຸ້ງ​ຍາກ​ລຳ​ບາກ ໄດ້​ອຸ​ທິດ​ເຫື່ອ​ແຮງ​ຂອງ​ຕົນ​ໃຫ້​ແກ່​ວຽກ​ງານ​ໜູນ​ຊ່ວຍ ແລະ ເຊື່ອ​ເຫຼືອ​ມະ​ນຸດ​ສະ​ທຳ​ໃນ​ດິນ​ແດນ ເວ​ເນ​ຊູ​ເອ​ລາ.
  ລັດ​ຖະ​ບານ ເວ​ເນ​ຊູ​ເອ​ລາ ມອບຫຼຽນ​ກາ “ວິ​ລະ​ຊົນ ເວ​ເນ​ຊູ​ເອ​ລາ” ໃຫ້​ແກ່​ຄະ​ນະ​ກູ້​ໄພ​ກູ້​ຊີບ ຫວຽດ​ນາມ (ພາບ: VNA)  

ຕອນ​ເຊົ້າ​ວັນ​ທີ 06 ກໍ​ລະ​ກົດ ຕາມ​ເວ​ລາ​ທ້ອງ​ຖິ່ນ, ທ່ານພັນ​ຕີ Raul Serrano Chacon, ກອງ​ບັນ​ຊາ​ການ​ທະ​ຫານພິ​ທັກ​ປະ​ທາ​ນາ​ທິ​ບໍ​ດີ, ຜູ້​ປະ​ສານ​ງານ​ກັບ​ຄະ​ນະ​ກູ້​ໄພ​ກູ້​ຊີບ ຫວຽດ​ນາມ ໄດ້​ມອບ ຫຼຽນ​ກາ “ວິ​ລະ​ຊົນ ເວ​ເນ​ຊູ​ເອ​ລາ” ຊັ້ນ​ໜຶ່ງໃຫ້​ຄະ​ນະ​ກູ້​ໄພ​ກູ້​ຊີບ ຫວຽດ​ນາມ ແລະ ຊັ້ນ​ສອງ​ໃຫ້​ແກ່​ບັນ​ດາ​ສະ​ມາ​ຊິກ​ໃນ​ຄະ​ນະ. ນີ້​ແມ່ນ​ລາງວັນ​ອັນ​ສູງ​ສົ່ງ​ຂອງ​ລັດ​ຖະ​ບານ ເວ​ເນ​ຊູ​ເອ​ລາ ແນ​ໃສ່​ຮັບ​ຮູ້​ການ​ອຸ​ທິດ​ສ່ວນ, ຈິດ​ໃຈ​ອັນ​ສູງ​ສົ່ງ ແລະ ລັດ​ທິ​ວິ​ລະ​ຊົນ​ຂອງ​ບຸກ​ຄົນ​ທີ່​ບໍ່ຫົວ​ຊາ​ຕໍ່​ຄວາມ​ຫຍຸ້ງ​ຍາກ​ລຳ​ບາກ ໄດ້​ອຸ​ທິດ​ເຫື່ອ​ແຮງ​ຂອງ​ຕົນ​ໃຫ້​ແກ່​ວຽກ​ງານ​ໜູນ​ຊ່ວຍ ແລະ ເຊື່ອ​ເຫຼືອ​ມະ​ນຸດ​ສະ​ທຳ​ໃນ​ດິນ​ແດນ ເວ​ເນ​ຊູ​ເອ​ລາ.

ວັນ​ທີ 06 ກໍ​ລະ​ກົດ ແມ່ນ​ມື້​ເຮັດ​ວຽກ​ທີ 6 ຂອງ​ຄະ​ນະ​ກູ້​ໄພ​ກູ້​ຊີບ ຫວຽດ​ນາມ ຢູ່​ບ່ອນ​ເກີດ​ເຫດ, ໝາຍ​ຄວາມ​ວ່າພາຍຫຼັງ​​ເກີດ​ເຫດ​ແຜ່ນ​ດິນ​ໄຫວ 10 ມື້. ໄລ່​ຮອດ​ຈຸດ​ເວ​ລາ​ປັດ​ຈຸ​ບັນ, ຄະ​ນະ​ກູ້​ໄພ​ກູ້​ຊີບ ຫວຽດ​ນາມ ໄດ້​ສົ່ງ​ຜູ້​ປະ​ສົບ​ເຄາະ​ຮ້າຍ 57 ຄົນ​ອອກ​ຈາກ​ຊາກ​ຫັກ​ພັງ; ມອບ​ສົ່ງ ແລະ ຊ່ວຍ​ຍົກ​ຍ້າຍ​ຊັບ​ສິ​ນ​ໃຫ້​ແກ່​ປະ​ຊາ​ຊົນ​ທ້ອງ​ຖິ່ນ. ໄປ​ຄຽງ​ຄູ່​ກັບ​ວຽກ​ງານ​ກູ້​ໄພ​ກູ້​ຊີບ, ຄະ​ນະ​ກູ້​ໄພ​ກູ້​ຊີບ ຫວຽດ​ນາມ ຍັງ​ລົງ​ຢື້​ຢາມ​ຖາມ​ຂ່າວ, ແບ່ງ​ເບົາຄວາມ​ລະ​ທົມ​ທຸກ​ກັບປະ​ມານ 500 ຄອບ​ຄົວ​ທີ່​ມີ​ເຮືອນ​ຊານ​ຖືກ​ພັງທະ​ລາຍ, ພວມ​ປະ​ເຊີນ​ໜ້າ​ກັບ​ສະ​ພາບ​ຫຍຸ້ງ​ຍາກ​ເປັນ​ພິ​ເສດ​ອີກ​ດ້ວຍ.


top