ຂ່າວສານ

ລັດ​ຖະ​ບານ ລັດ​ເຊຍ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຜັນ​ຂະ​ຫຍາຍ​ຂໍ້ຕົກ​ລົງ ​ຂັ້ນ​ສູງ​ກັບ ຫວຽດ​ນາມ ໂດຍ​ໄວ ແລະ ມີ​ປະ​ສິດ​ທິ​ຜົນ

ທ່ານຮອງນາຍົກລັດຖະມົນຕີ Aleksandr Novak ໃຫ້ຮູ້ວ່າ ລັດຖະບານ ລັດເຊຍ ມີຄວາມເອົາໃຈໃສ່ ແລະ ຍາມໃດກໍ່ມີການຊີ້ນຳ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຢ່າງໃກ້ຊິດເພື່ອ ຜັນຂະຫຍາຍບັນດາຂໍ້ຕົກລົງທີ່ບັນລຸໄດ້ໃນຂອບເຂດບັນດາການຢ້ຽມຢາມຂອງການນຳຂັ້ນສູງສອງປະເທດໂດຍໄວ ແລະ ມີປະສິດທິຜົນ.
ການເຮັດວຽກລະຫວ່າງສອງຝ່າຍ

ໃນຂອບເຂດການຢ້ຽມຢາມ, ເຮັດວຽກ ແລະ ເຂົ້າຮ່ວມເວທີປາໄສ “ສັບປະດາພະລັງງານ ລັດເຊຍ” ຢູ່ ມົດສະກູ, ຕອນບ່າຍວັນທີ 15 ຕຸລາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ບຸຍແທັງເຊີນ ໄດ້ເຮັດວຽກກັບທ່ານຮອງນາຍົກລັດຖະມົນຕີ ສະຫະພັນ ລັດເຊຍ Aleksandr Novak.

ທ່ານຮອງນາຍົກລັດຖະມົນຕີ ບຸຍແທັງເຊີນ ໄດ້ຢັ້ງຢືນບັນດາຄວາມມານະພະຍາຍາມລວມຂອງກະຊວງ, ຂະແໜງການສອງປະເທດ ເປີດກວ້າງ ແລະ ປັບປຸງການຮ່ວມມືສອງຝ່າຍໃນຫຼາຍດ້ານ, ພິເສດແມ່ນຂົງເຂດຮັບປະກັນຄວາມໝັ້ນຄົງດ້ານພະລັງງານດ້ວຍຫຼາຍໂຄງການລະອຽດທີ່ພວມໄດ້ຮັບການຊຸກຍູ້ຜັນຂະຫຍາຍ. ທ່ານຮອງນາຍົກລັດຖະມົນຕີ ຢັ້ງຢືນຄວາມຕັດສິນໃຈພ້ອມກັບລັດຖະບານ ລັດເຊຍ ຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືຢ່າງມີປະສິດທິຜົນ ແລະ ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ ຫວຽດນາມ - ລັດເຊຍ ຢ່າງບໍ່ຢຸດຢັ້ງ.

ສ່ວນທ່ານຮອງນາຍົກລັດຖະມົນຕີ Aleksandr Novak ໃຫ້ຮູ້ວ່າ  ລັດຖະບານ ລັດເຊຍ ມີຄວາມເອົາໃຈໃສ່ ແລະ ຍາມໃດກໍ່ມີການຊີ້ນຳ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຢ່າງໃກ້ຊິດເພື່ອ ຜັນຂະຫຍາຍບັນດາຂໍ້ຕົກລົງທີ່ບັນລຸໄດ້ໃນຂອບເຂດບັນດາການຢ້ຽມຢາມຂອງການນຳຂັ້ນສູງສອງປະເທດໂດຍໄວ ແລະ ມີປະສິດທິຜົນ, ສຸມໃສ່ແກ້ໄຂບັນດາຂໍ້ຄົງຄ້າງ ເພື່ອຍົກສູງປະສິດທິຜົນໃນການຮ່ວມມືສອງຝ່າຍ.

ເມື່ອແລກປ່ຽນກ່ຽວກັບຂົງເຂດພະລັງງານ, ສອງຝ່າຍໄດ້ເຫັນດີເປັນເອກະພາບຍູ້ໄວວຽກງານກະກຽມເພື່ອຜັນຂະຫຍາຍບັນດາອະນຸສັນຍາ ແລະ ສົນທິສັນຍາກ່ຽວກັບການເປີດກວ້າງການຮ່ວມມືໃນຂົງເຂດການສຳຫຼວດ ແລະ ຂຸດຄົ້ນນ້ຳມັນທີ່ໄດ້ລົງນາມໃນເດືອນພຶດສະພາ ແລະ ມີຜົນບັງຄັບໃຊ້ໃນເດືອນຕຸລາໃນປີນີ້, ຄົ້ນຄ້ວາເປີດກວ້າງການຮ່ວມມືໄປຍັງບັນດາຂົງເຂດອື່ນ, ຄື: ໄຟຟ້າແຮງລົມ, ພະລັງງານສີຂຽວ, ພະລັງງານທົດແທນ ແລະ ສະໜອງການບໍລິການ, ກໍ່ສ້າງພື້ນຖານໂຄງລ່າງ, ສາງຂົນສົ່ງກ່ຽວກັບພະລັງງານ, ນ້ຳມັນອາຍແກັດ.


top