ຂ່າວສານ

ລັດ​ຖະ​ບານ​ສະ​ເໜີ​​ໂຮ​ມ 4 ໂຄງ​ການ​ເປົ້າ​ໝາຍ​ແຫ່ງ​ຊາດເຂົ້າ​ກັນ

​ໂຄງ​ການ​ໄດ້​ໂຮມ​ຈາກ 4 ໂຄງ​ການ​ພວມ​ປະ​ຕິ​ບັດ​ໃນ​ປັດ​ຈຸ​ບັນ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ; ການ​ສຶກ​ສາ - ບຳ​ລຸງ​ສ້າງ; ຊົນ​ນະ​ບົດ​ໃໝ່, ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ, ພັດ​ທະ​ນາ​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ ແລະ ເຂດ​ພູ​ສູງ; ເບິ່ງ​ແຍງ​ດູ​ແລ​ສຸ​ຂະ​ພາບ, ປະ​ຊາ​ກອນ ແລະ ພັດ​ທະ​ນາ.
  ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ​ເປັນ​ປະ​ທານ​ວາ​ລະ​ປະ​ຊຸມ (ພາບ: VNA)  

ຕອ​ນ​ເຊົ້າ​ວັນ​ທີ 14 ສິງ​ຫາ, ຢູ່​ຫໍ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ, ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ທ່ານ ເຈິ່ນ​ແທັງ​ເໝິນ ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ໃນ​ວາ​ລະ​ປະ​ຊຸມ​ທີ 5, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ການ​ໂຮມ 4 ໂຄງ​ການ​ເປົ້າ​ໝາຍ​ແຫ່ງ​ຊາດເຂົ້າເປັນ 1 ​ໂຄງ​ການ​ເປົ້າ​ໝາຍ​ແຫ່ງ​ຊາດ.

ທີ່​ການ​ສະ​ເໜີ​ບົດ​ລາຍ​ງານ​ຂອງ​ລັດ​ຖະ​ບານ, ທ່ານ​ ໂງວັນ​ຕວັນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ໃຫ້​ຮູ້​ວ່​າ​ໂຄງ​ການ​ໄດ້​ໂຮມ​ຈາກ 4 ໂຄງ​ການ​ພວມ​ປະ​ຕິ​ບັດ​ໃນ​ປັດ​ຈຸ​ບັນ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ; ການ​ສຶກ​ສາ - ບຳ​ລຸງ​ສ້າງ; ຊົນ​ນະ​ບົດ​ໃໝ່, ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ, ພັດ​ທະ​ນາ​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ ແລະ ເຂດ​ພູ​ສູງ; ເບິ່ງ​ແຍງ​ດູ​ແລ​ສຸ​ຂະ​ພາບ, ປະ​ຊາ​ກອນ ແລະ ພັດ​ທະ​ນາ. ໂຄງ​ການ​ປະ​ກອບ​ດ້ວຍ 7 ກຸ່ມ​ໜ້າ​ທີ່​ຈຸດ​ສຸມ​ດ້ວຍຍອດ​ທຶນ​ລະ​ດົມ​ໄລ​ຍະ 2026 – 2030 ຄາດ​ວ່າ​ແມ່ນ 31 ລ້ານ USD

ຢູ່ວາ​ລະ​ປະ​ຊຸມ, ທ່ານ​ ເຈິ່ນ​ແທັງ​ເໝິນ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເນັ້ນ​ໜັກ​ແຜນ​ນະ​ໂຍ​ບາຍ​ໂຮມ 4 ໂຄງ​ການ​ເປົ້າ​ໝາຍ​ແຫ່ງ​ຊາດເຂົ້າ​ກັນ​ນັ້ນ ​ກົມ​ການ​ເມືອງໄດ້​ປຶກ​ສາ​ຫາ​ລື​ຢ່າງ​ຈະ​ແຈ້ງ​ທີ່​ສຸດ​ເພື່ອ​ແກ້​ໄຂ​ສະ​ພາບ​ການຫຼາຍ​ຫົວ​​ເງື່ອນ, ປະ​ກອບ​ສ່ວນ​​ຄຸມຄອງ​ທຶນ, ງົບ​ປະ​ມານ. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ກໍ່​ໃສ່​ໃຈ​ບາງ​ບັນ​ຫາຫຼັກ​ໃນ​ການ​ໂຮມ​​ເຂົ້າ​ກັນ ຄັ້ງ​ນີ້​ແມ່ນ​ລະ​ບອບ​ລະ​ບຽບ​ການ ແລະ ກົນ​ໄກ​ແບ່ງ​ຂັ້ນຕ້ອງ​ເຮັດ​ໃຫ້​ແນວ​ໃດ ໃຫ້​ທ້ອງ​ຖິ່ນ​ຕັດ​ສິນ​, ທ້ອງ​ຖິ່ນ​ເຮັດ, ທ້ອງ​ຖິ່ນ​ຮັ​ບ​ຜິດ​ຊອບ, ສູນ​ກາງ, ສະ​ພາ​ແຫ່ງ​ຊາດ, ລັດ​ຖະ​ບານ​ສ້າງ​ຂຶ້ນ​ເພື່ອ​ພັດ​ທະ​ນາ.


top