ຂ່າວສານ

ລັດເຊຍ, ອາເມລິກາ ອາດຈະເຊື່ອມຕໍ່ການພົບປະ 2 ຝ່າຍໃນອາທິດນີ້

ທີ່ບັນດາການພົບປະແລກເຈລະຈາ, 2 ຝ່າຍໄດ້ປຶກສາຫາລືກ່ຽວກັບການຟື້ນຟູການພົວພັນ 2 ຝ່າຍ, ລວມທັງການຮ່ວມມືດ້ານເສດຖະກິດ
ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບປະກອບ: AA/TTXVN)

ວັນທີ 06 ເມສາ, ທ່ານ Kirill Dmitriev,ຜູ້ຕາງໜ້າພິເສດຂອງທ່ານປະທານາທິບໍດີ ລັດເຊຍ ກ່ຽວກັບການລົງທຶນ ແລະ ຮ່ວມມືເສດຖະກິດກັບຕ່າງປະເທດ ແລະ ເປັນຫົວໜ້າກອງທຶນລົງທຶນໂດຍກົງ ລັດເຊຍ (RDIF), ໃຫ້ຮູ້ວ່າ ລັດເຊຍ ແລະ ອາເມລິກາ ອາດຈະເຊື່ອມຕໍ່ບັນດາການພົບປະ 2 ຝ່າຍໃນເວລາໄວທີ່ສຸດແມ່ນໃນອາທິດນີ້. ນີ້ແມ່ນຂໍ້ມູນໂດຍທ່ານ Dmitriev ຍົກອອກມາໃນການຕອບສຳພາດຕໍ່ຊ່ອງໂທລະພາບ Channel One ຂອງ ລັດເຊຍ.

ທ່ານ Dmitriev ແມ່ນຜູ້ສວມບົດບາດສຳຄັນໃນວິວັດທະນາການສ້າງການພົວພັນລະຫວ່າງ ລັດເຊຍ ແລະ ອາເມລິກາ ເປັນປົກກະຕິ. ກ່ອນໜ້ານັ້ນ, ແຕ່ວັນທີ 03 – 04 ເມສາ, ທ່ານ Dmitriev ໄດ້ມີການພົບປະກັບບັນດາເຈົ້າໜ້າທີ່ຫຼັກແຫຼ່ງໃນອຳນາດການປົກຄອງຂອງ ອາເມລິກາ ຢູ່ນະຄອນຫຼວງ ວໍຊິງຕັນ, ອາເມລິກາ. ທ່ານໃຫ້ຮູ້ວ່າ, ທີ່ບັນດາການພົບປະແລກເຈລະຈາ, 2 ຝ່າຍໄດ້ປຶກສາຫາລືກ່ຽວກັບການຟື້ນຟູການພົວພັນ 2 ຝ່າຍ, ລວມທັງການຮ່ວມມືດ້ານເສດຖະກິດ, ກໍຄືເຊື່ອມຕໍ່ບັນດາຖ້ຽວບິນໂດຍກົງຂຶ້ນໃໝ່. ນີ້ແມ່ນເຈົ້າໜ້າທີ່ຂັ້ນສູງທ່ານທຳອິດຂອງ ລັດເຊຍ ໄປ ອາເມລິກາ, ນັບແຕ່ເມື່ອ ລັດເຊຍ ເລີ່ມດຳເນີນບັ້ນການທະຫານພິເສດຢູ່ ຢູແກຼນ ໃນປີ 2022.


top