ຂ່າວສານ

ລັດເຊຍ ຢຸດຕິການເຈົ້າຮ່ວມສະພາລັດຖະສະພາ OSCE

ສະພາສູງໄດ້ເຫັນດີຮັບຮອງເອົາຂໍ້ສະເໜີຂອງສະພາແຫ່ງຊາດສະຫະພັນ ລັດເຊຍ ຢຸດຕິການເຂົ້າຮ່ວມ OSCE PA ຂອງຄະນະຜູ້ຕາງໜ້າ ລັດເຊຍ ແລະ ຢຸດຕິຈ່າຍຄ່າທຳນຽມໃຫ້ແກ່ອົງການນີ້.
(ພາບປະກອບ: AFP/TTXVN)
 ວັນທີ 03 ກໍລະກົດ, ບັນດາສະມາຊິກລັດຖະສະພາ ລັດເຊຍ ໄດ້ປ່ອນບັດຢຸດຕິເລື່ອງ ມົດສະກູ ເຂົ້າຮ່ວມສະພາລັດຖະສະພາຂອງອົງການຄວາມໝັ້ນຄົງ ແລະ ຮ່ວມມື ເອີລົບ (OSCE PA). ທີ່ວາລະປະຊຸມຄົບຄະນະ, ສະພາສູງໄດ້ເຫັນດີຮັບຮອງເອົາຂໍ້ສະເໜີຂອງສະພາແຫ່ງຊາດສະຫະພັນ ລັດເຊຍ ຢຸດຕິການເຂົ້າຮ່ວມ OSCE PA ຂອງຄະນະຜູ້ຕາງໜ້າ ລັດເຊຍ ແລະ ຢຸດຕິຈ່າຍຄ່າທຳນຽມໃຫ້ແກ່ອົງການນີ້. ບັນດາສະມາຊິກລັດຖະສະພາ ລັດເຊຍ ກໍ່ເນັ້ນໜັກວ່າ, ແທນທີ່ສ້າງເງື່ອນໄຂໃຫ້ແກ່ເລື່ອງແລກປ່ຽນທັດສະນະມີລັກສະນະສ້າງສັນ ແລະ ສ້າງໂຄງການດຳເນີນງານລວມທີ່ເປັນເອກະພາບ, ແຕ່ OSCE PA ພວມຖືກນຳໃຊ້ຄືດັ່ງເຄື່ອງມືຫັນເປັນການເມືອງເພື່ອຈຸດປະສົງປະຕິບັດແນວທາງຕ້ານ ລັດເຊຍ.ບັນດາສະມາຊິກລັດຖະສະພາ ລັດເຊຍ ຢືນຢັນວ່າ, ຄະນະຜູ້ຕາງໜ້າຂອງປະເທດນີ້ພ້ອມທີ່ຈະກັບຄືນສູ່ສະພາ ຖ້າຫາກການນຳຂອງອົງການ ແລະ ສະມາຊິກຈຳນວນໜຶ່ງພິຈາລະຈາຄືນໃໝ່ວິທີສຳຜັດໃນການແກ້ໄຂບັນດາບັນຫາຮີບດ່ວນດ້ານຄວາມໝັ້ນຄົງ ເອີລົບ ໃນປະຈຸບັນ.

top