ກ່ຽວກັບການເຂົ້າຮ່ວມຂອງ ເອີລົບ, ເຈົ້າໜ້າທີ່ ລັດເຊຍ ຖືວ່າ ບັນດາປະເທດຢູ່ພາກພື້ນພວມຊອກຫາວິທີເຂົ້າຮ່ວມການເຈລະຈາ, ແຕ່ຍັງບໍ່ທັນໄດ້ກຳນົດບົດບາດຂອງເຂົາເຈົ້າຢ່າງຈະແຈ້ງເທື່ອ.
ທ່ານ Sergei Lavrov, ລັດຖະມົນຕີກະຊວງການຕ່າງປະເທດ ລັດເຊຍ (ພາບ: IRNA/VNA)
ຫຼັກໝັ້ນໃນການເຈລະຈາຂອງ ມົດສະກູ ກ່ຽວກັບ ຢູແກຼນ ສືບຕໍ່ມຸ່ງໄປເຖິງບັນດາເປົ້າໝາຍໂດຍ ທ່ານ Vladimir Putin, ປະທານາທິບໍດີ ລັດເຊຍ ຍົກອອກມາເມື່ອເດືອນ ມິຖຸນາ 2024. ນີ້ຈະເປັນພື້ນຖານເພື່ອ ລັດເຊຍ ສ້າງຫຼັກໝັ້ນການເຈລະຈາ. ທ່ານ Sergei Lavrov, ລັດຖະມົນຕີກະຊວງການຕ່າງປະເທດ ລັດເຊຍ ໄດ້ຢືນຢັນຄືແນວນັ້ນເມື່ອຕອບສຳພາດຕໍ່ລາຍການ "Vesti" (ລັດເຊຍ) ໃນວັນທີ 15 ພະຈິກ.
ກ່ຽວກັບການເຂົ້າຮ່ວມຂອງ ເອີລົບ, ເຈົ້າໜ້າທີ່ ລັດເຊຍ ຖືວ່າ ບັນດາປະເທດຢູ່ພາກພື້ນພວມຊອກຫາວິທີເຂົ້າຮ່ວມການເຈລະຈາ, ແຕ່ຍັງບໍ່ທັນໄດ້ກຳນົດບົດບາດຂອງເຂົາເຈົ້າຢ່າງຈະແຈ້ງເທື່ອ. ທ່ານລັດຖະມົນຕີກໍ່ສະແດງຄວາມບໍ່ລົງລອຍກັນກ່ຽວກັບວິທີສຳຜັດເຊິ່ງທ່ານຖືວ່າແມ່ນເງື່ອນໄຂຕ້ອງຢຸດຕິການປະທະກັນຢູ່ ຢູແກຼນ ກ່ອນທີ່ຈະປຶກສາຫາລືກ່ຽວກັບຄວາມໝັ້ນຄົງຂອງ ເອີລົບ, ກໍ່ຄືບໍ່ຄິດໄລ່ເຖິງຜົນປະໂຫຍດຂອງ ລັດເຊຍ ໃນການແກ້ໄຂການປະທະກັນ.
ກໍ່ທີ່ການຕອບສໍາພາດ, ທ່ານ Dmitry Peskov, ໂຄສົກວັງ Kremlin, ຖະແຫຼງວ່າ ລັດເຊຍ ຈະເດີນຕາມບັນດາເປົ້າໝາຍດ້ວຍວິທີດ້ານການທະຫານ ຖ້າບໍ່ມີແງ່ຫວັງທີ່ຈະບັນລຸໄດ້ຂໍ້ຕົກລົງ.