ຂ່າວສານ

ລັດເຊຍ ມຸ່ງໄປເຖິງຮູບແບບເຕີບໂຕເສດຖະກິດແບບຍືນຍົງ

ທ່ານປະທານາທິບໍດີ Vladimir Putin ຮຽກຮ້ອງໃຫ້ກວດກາຄືນປະສິດທິຜົນບັນດາມາດຕະການໜູນຊ່ວຍການລົງທຶນ, ສຸມໃສ່ແຫຼ່ງກຳລັງເຂົ້າໃນການຫັນເປັນທັນສະໄໝ
  ທ່ານ Vladimir Putin, ປະທານາທິບໍດິສະຫະພັນ ລັດເຊຍ (ພາບ: VNA)  

ວັນ​ທີ 19 ສິງ​ຫາ, ທ່ານ Vladimir Putin, ປະ​ທາ​ນາ​ທິ​ບໍ​ດິສະ​ຫະ​ພັນ ລັດ​ເຊຍ ໄດ້​ເປັນ​ປະ​ທານກອງ​ປະ​ຊຸມ​ສະ​ພາ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ຍຸດ​ທະ​ສາດ ແລະ ບັນ​ດາ​ໂຄງ​ການ​ແຫ່ງ​ຊາດ, ສຸມ​ໃສ່​ແຜນ​ການ​ປັບ​ປຸງ​ກົນ​ໄກ​ພື້ນ​ຖານ​ເສດ​ຖະ​ກິດ​ຮອດ​ປີ 2030. ຕາມນັ້ນ​ແລ້ວ, ລັດເຊຍ ໄດ້​ວາງ​ເປົ້າ​ໝາຍ​ຫັນ​ປ່ຽນ​ໄປ​ສູ່​ຮູບ​ແບບ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ດ້ວຍ​ບັນ​ດາ​ຈຸດ​ສຸມ​ແມ່ນ​ຊຸກ​ຍູ້​ການ​ລົງ​ທຶນ, ຍົກ​ສູງ​ສະ​ມັດ​ຕະ​ພາບ, ປ່ຽນ​ແປງ​ໃໝ່​ເຕັກ​ໂນ​ໂລ​ຊີ, ຍົກ​ສ​ູງ​ປະ​ສິດ​ທິ​ຜົນ​ບັນ​ດາ​ໂຄງ​ການ​ແຫ່ງ​ຊາດ ແລະ ຮັບ​ປະ​ກັນ​ການ​ເງິນ​ໃຫ້​ເປັນ​ປົກ​ກະ​ຕິ​ຢູ່​ບັນ​ດາ​ທ້ອງ​ຖິ່ນ.

ກ່າວ​ຄຳ​ເຫັນ​ທີ່ກອງ​ປ​ະ​ຊຸມ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Vladimir Putin ຮຽກ​ຮ້​ອງ​ໃຫ້ກວດ​ກາ​ຄືນ​ປະ​ສິດ​ທິ​ຜົນ​ບັນ​ດາ​ມາດ​​ຕະ​ການ​ໜູນ​ຊ່ວຍ​ການ​ລົງ​ທຶນ, ສຸມ​ໃສ່ແຫຼ່ງ​ກຳ​ລັງ​ເຂົ້າ​ໃນ​ການ​ຫັນ​ເປັນ​ທັນ​ສະ​ໄໝ, ຍົກ​ສູງ​ສະ​ມັດ​ຕະ​ພາບ​​ແຮງ​ງານ ແລະ ປ່ຽນ​ແປງ​ໃໝ່​ເຕັກ​ໂນ​ໂລ​ຊີ. ເລື່ອງ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີກໍ່​ໄດ້​ຮຽກ​ຮ້ອງໃຫ້​ເປີດກວ້າງ​ໄປ​ສູ່​ບັນ​ດາ​ຂົງ​ເຂດ​ອື່ນຄື ສາ​ທາ​ລະ​ນະ​ສຸກ, ການ​ສຶກ​ສາ.


top