ຂ່າວສານ

ລັດເຊຍ ປະກາດແຜນການຈັດຕັ້ງການສົນທະນາສ້າງຍຸດທະສາດໃຫ້ມີສະຖຽນລະພາບຮອບຕໍ່ໄປກັບອາເມລິກາ

      ວັນທີ 25 ກັນຍາລັດຖະມົນຕີການຕ່າງປະເທດລັດເຊຍ ເຊັກເກິຍ ລາວາໂຣບ ໃຫ້ຮູ້ວ່າ ລັດເຊຍແລະອາເມລິກາ ຄາດວ່າຈະດຳເນີນການສົນທະນາສ້າງຍຸດທະສາດໃຫ້ມີສະຖຽນລະພາບຮອບທີສອງໃນອາທິດໜ້າ. 
ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ ເຊັກເກິຍ ລາວາໂຣບ
      ກ່າວຄຳເຫັນທີ່ກອງປະຊຸມຖະແຫຼ່ງຂ່າວຢູ່ນອກກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດຢູ່ ນິວຢອກປະເທດອາເມລິກາ, ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ ລາວາໂຣບໄດ້ເນັ້ນໜັກວ່າລັດເຊຍລໍຄອຍອາເມລິກາປະລະການນຳໃຊ້ກຳລັງອາວຸດແລະບັນດາມາດຕະການອື່ນໆ ແນໃສ່ຈັດວາງຮູບແບບການພັດທະນາຂອງຕົນ.
     ກ່ອນໜ້ານັ້ນໃນວັນທີ 16 ກໍລະກົດປະທານາທິບໍດີ ລັດເຊຍ ວາຣາດີມີ ປູຕິນ  ແລະຄູ່ຕຳແໜ່ງອາເມລິກາ ຈໍໄບເດັນ ໄດ້ມີການພົບປະຂັ້ນສຸດຍອດຢູ່ ເຊີແນວປະເທດສະວິດ ຜ່ານນັ້ນໄດ້ເປີດບັນດາໂອກາດແນໃສ່ດຳເນີນການສົນທະນາຮອບໃໝ່ ທີ່ມີລັກສະນະສ້າງສັນລະຫວ່າງສອງຝ່າຍກ່ຽວກັບບັນດາຂົງເຂດທີ່ມີຜົນປະໂຫຍດຊ້ຳຊ້ອນກັນ ໃນນັ້ນມີບັນຫາສ້າງຍຸດທະສາດໃຫ້ມີສະຖຽນລະພາບ.
(ແຫຼ່ງຄັດຈາກ VOV)


top