ໂຄສົກກະຊວງການຕ່າງປະເທດ ລັດເຊຍ ທ່ານ Maria Zakharova ສະແດງຄວາມປາດຖະຫນາວ່າ “ການຢຸດຕິນີ້ຈະບໍ່ແກ່ຍາວໃນເວລາດົນ” ແຕ່ກໍ່ບໍ່ຍົກອອກສາຍເຫດຊື່ງຝ່າຍ ວໍຊິງຕັນ ຢຸດຕິການເຈລະຈາຊົ່ວຄາວ.
ໂຄສົກກະຊວງການຕ່າງປະເທດ ລັດເຊຍ ທ່ານນາງ Maria Zakharova. (ພາບ: REUTERS/Maxim Shemetov)
ວັນທີ 16 ມິຖຸນາ, ສຳນັກຂ່າວສານ TASS ໄດ້ຄັດແຫລ່ງຂ່າວຈາກກະຊວງການຕ່າງປະເທດລັດເຊຍ ໂດຍໃຫ້ຮູ້ວ່າ: ຮອບປຶກສາຫາລືຄັ້ງຕໍ່ໄປລະຫວ່າງປະເທດນີ້ ແລະ ອາເມລິກາ ເພື່ອແນໃສ່ແກ້ໄຂບັນດາປັດໄຈກໍ່ຄວາມເຄັ່ງຕຶງທີ່ແກ່ຍາວໃນການພົວພັນສອງຝ່າຍ ໄດ້ຍົກເລີກຕາມການສະເຫນີຈາກຝ່າຍ ວໍຊິງຕັນ. ໂຄສົກກະຊວງການຕ່າງປະເທດ ລັດເຊຍ ທ່ານນາງ Maria Zakharova ສະແດງຄວາມປາດຖະຫນາວ່າ “ການຢຸດຕິນີ້ຈະບໍ່ແກ່ຍາວໃນເວລາດົນ” ແຕ່ກໍ່ບໍ່ຍົກອອກສາຍເຫດຊື່ງຝ່າຍ ວໍຊິງຕັນ ຢຸດຕິການເຈລະຈາຊົ່ວຄາວ.
ກ່ອນຫນ້ານັ້ນ ຮອບປຶກສາຫາລືສອງຄັ້ງທີ່ດຳເນີນຢູ່ stanbul ປະເທດ ຕວກກີ ໃນວັນທີ 27 ກຸມພາ ແລະ ວັນທີ 10 ເມສາ ມີເນື້ອໃນສຸມໃສ່ເລື່ອງຟື້ນຟູການເຄື່ອນໄຫວຂອງສະຖານທູດ ລັດເຊຍ ແລະ ອາເມລິກາ ກໍ່ຄືແກ້ໄຂບັນດາບັນຫາສອງຝ່າຍ.