ຂ່າວສານ

ລັດຖະມົນຕີການຕ່າງປະເທດ ອາເມລິກາ ສືບຕໍ່ຍົກອອກບັນດາຄຳກ່າວເຕືອນກ່ຽວກັບ ຈີນ

      ວັນທີ 9 ທັນວາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ໄດ້ກ່າວເຕືອນກ່ຽວກັບເລື່ອງທີ່ວ່າ ຈີນ ອາດຈະລັກເອົາຜົນການຄົ້ນຄວ້າວິຊາການສຶກສາ ແລະ ຊັບສິນທາງປັນຍາ ຂອງ ອາເມລິກາ.  

ທ່ານ ລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo (ພາບ: TTXVN) 
      ໃນບົດກ່າວປາໄສຢູ່ ມະຫາວິທະຍາໄລເຕັກໂນໂລຢີ Georgia Tech ຢູ່ນະຄອນ Atlanta, ທ່ານ ລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ໄດ້ເອີ້ນ ຈີນວ່າ ແມ່ນໄພນາບຂູ່ຕົ້ນຕໍຂອງ ອາເມລິກາ ພ້ອມທັງເນັ້ນໜັກເຖິງຄວາມມານະພະຍາຍາມຂອງບັນດາອົງການປ້ອງກັນຄວາມສະຫງົບຂອງ ຈີນ ເພື່ອແນໃສ່ກໍ່ຄວາມກົດດັນ ແລະ ເປີດຮັບສະໝັກນັກສຶກສາ ແລະ ບັນດານັກວິຊາການຂອງ ຈີນ ມາເປັນນັກສືບໃຫ້ແກ່ບັນດາອົງການດັ່ງກ່າວ.
        ຕາມທ່ານ Mike Pompeo ແລ້ວ, ຈີນ ພວມກໍ່ຜົນສະທ້ອນຕໍ່ບັນດາຮາກຖານການສຶກສາເໜືອມະຫາວິທະຍາໄລ  ຢູ່ ອາເມລິກາ ເພື່ອແນໃສ່ຮັບໃຊ້ຈຸດປະສົງສະເພາະຂອງຕົນ ແລະ ບັນດາການກະທຳດັ່ງກ່າວ ໄດ້ເຮັດໃຫ້ຄວາມເສລີ ແລະ ຄວາມໝັ້ນຄົງແຫ່ງຊາດຂອງ ອາເມລິກາ ຫຼຸດລົງ.
 (ແຫຼ່ງຄັດຈາກ VOV)
 


top