ຂ່າວສານ

ລັດຖະບານ ອາເມລິກາ ແບ່ງປັນກັບ ຫວຽດນາມ ກ່ຽວກັບຜົນເສຍຫາຍຍ້ອນຝົນຕົກ, ນ້ຳຖ້ວມກໍ່ຂຶ້ນຢູ່ບັນດາແຂວງພາກກາງ

ວັນທີ 22 ຕຸລາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ໄດ້ອອກຖະແຫຼງຂ່າວກ່ຽວກັບເລື່ອງລັດຖະບານ ອາເມລິກາ ແບ່ງປັນກັບ ຫວຽດນາມ ກ່ຽວກັບຜົນເສຍຫາຍຍ້ອນຝົນຕົກ, ນ້ຳຖ້ວມກໍ່ຂຶ້ນຢູ່ບັນດາແຂວງພາກກາງ.

 (ພາບປະກອບ)

 ຖະແຫຼງຂ່າວໃຫ້ຮູ້ວ່າ: ລັດຖະບານ ອາເມລິກາ ຂໍແບ່ງປັນຄວາມເສົ້າສະຫຼົດໃຈຢ່າງເລິກເຊິ່ງມາຍັງ ລັດຖະບານ ແລະ ປະຊາຊົນ ຫວຽດນາມ ຕໍ່ຜົນເສຍຫາຍດ້ານຊີວິດອິນຊີ ຍ້ອນຝົນຕົກນ້ຳຖ້ວມກໍ່ຂຶ້ນຢູ່ພາກກາງ ຫວຽດນາມ ເນື່ອງຈາກຜົນສະທ້ອນຂອງພະຍຸ Linfa. ລັດຖະບານ ອາເມລິກາ ພ້ອມແລ້ວທີ່ຈະໜູນຊ່ວຍ ຫວຽດນາມ ຮັບມືກັບຜົນເສຍຫາຍດັ່ງກ່າວ, ພ້ອມທັງສະແດງຄວາມເຫັນອົກເຫັນໃຈມາຍັງຜູ້ໄດ້ຮັບຜົນສະທ້ອນຍ້ອນໄພພິບັດທຳມະຊາດ, ລວມທັງປະຊາຊົນທີ່ມີເຮືອນຊານຖືກເສຍຫາຍນັບຫລາຍພັນຄົນ.

        ອົງການພັດທະນາສາກົນອາເມລິກາ ໄດ້ຕັດສິນໃຈອຸປະຖຳມະນຸດສະທຳທີ່ມີມູນຄ່າ 200.000 USD ແນໃສ່ຊ່ວຍ ຫວຽດນາມ ແລະ ກຳປູເຈຍ ຮັບມືກັບຜົນສະທ້ອນຈາກຝົນຕົກ, ນ້ຳຖ້ວມ.

(ແຫຼ່ງຄັດຈາກ VOV)


top