ຂ່າວສານ

ລະ​ບົບ​ແນວ​ໂຮມ​ປະ​ເທດ​ຊາດມອບ​ຂອງວັນ​ບຸນ​ເຕັດ 7 ລ້ານ​ພູດ​ໃຫ້​ແກ່​ປະ​ຊາ​ຊົນ

ໃນໂອກາດຕ້ອນຮັບບຸນເຕັດ ແລະ ລະດູບານໃໝ່ປີມະເສັງ 2025, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ໄດ້ແຈກຢາຍເງິນກ່ວາ 16 ຕື້ດົ່ງ ຈາກກອງທຶນ “ເພື່ອຄົນທຸກຍາກ” ສູນກາງ ໄປຍັງ ກອງທຶນ“ເພື່ອຄົນທຸກຍາກ” ຂອງ 63 ແຂວງ, ນະຄອນໃນທົ່ວປະເທດ
ການມອບຂອງຂວັນໃຫ້ຄົນທຸກຍາກຢູ່ນະຄອນ ໂຮ່ຈີມິນ (ພາບ: TTXVN)

ເນື່ອງໃນໂອກາດບຸນເຕັດປີມະເສັງ 2025, ລະບົບແນວໂຮມປະເທດຊາດ ໃນທົ່ວປະເທດໄດ້ມອບຂອງຂວັນ 7 ລ້ານພູດດ້ວຍຍອດມູນຄ່າກ່ວາ 4.500 ຕື້ດົ່ງ (ເກືອບ 178 ລ້ານ USD) ໃຫ້ຜູ້ມີຄຸນງາມຄວາມດີ, ຄອບຄົວນະໂຍບາຍ, ຄອບຄົວທຸກຍາກ, ຄອບຄົວໃກ້ທຸກຍາກ, ຄອບຄົວປະສົບກັບຄວາມຫຍຸ້ງຍາກໃນການດຳລົງຊີວິດ.

ນີ້ແມ່ນຂໍ້ມູນໂດຍທ່ານນາງ ໂຕມິງບິກເຈົາ, ຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ແບ່ງປັນໃນໂອກາດມອບຂອງຂວັນຂອງຄະນະກຳມະການສູນກາງ ແນວໂຮມປະເທດຊາດ ຫວຽດນາມ ໃຫ້ແກ່ຄົນທຸກຍາກ, ຄອບຄົວນະໂຍບາຍ, ຜູ້ມີຄຸນງາມຄວາມດີຢູ່ນະຄອນໂຮ່ຈີມິນທີ່ໄດ້ດຳເນີນໃນວັນທີ 7 ກຸມພາ.

ໃນໂອກາດຕ້ອນຮັບບຸນເຕັດ ແລະ ລະດູບານໃໝ່ປີມະເສັງ 2025, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ໄດ້ແຈກຢາຍເງິນກ່ວາ 16 ຕື້ດົ່ງ ຈາກກອງທຶນ “ເພື່ອຄົນທຸກຍາກ” ສູນກາງ ໄປຍັງ ກອງທຶນ“ເພື່ອຄົນທຸກຍາກ” ຂອງ 63 ແຂວງ, ນະຄອນໃນທົ່ວປະເທດເພື່ອມອບຂອງຂວັນໃຫ້ແກ່ບັນດາຄອບຄົວທຸກຍາກ, ຄອບຄົວໃກ້ທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກຢູ່ບັນດາທ້ອງຖິ່ນ. ບັນດາຂອງຂວັນບູນເຕັດແມ່ນນ້ຳໃຈຄວາມຮັກແພງ, ການແບ່ງປັນໄປຍັງພໍ່ແມ່ປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກໃນການດຳລົງຊີວິດ ດ້ວຍຈິດໃຈ “ທຸກຄົນລ້ວນແຕ່ໄດ້ຕ້ອນຮັບບຸນເຕັດ” ແລະ “ບໍ່ປະໃຫ້ຜູ້ໃດຖືກຕົກຢູ່ເບື້ອງຫຼັງ.


top